ລັດ​ຖ​ະ​ບານ​ຊີຣີ​ກ່າວ​ວ່າ​ຍິນ​ດີ​​ຮ່ວມ​ມືການ​ສຳ​ຫຼວດ​ຂອງ​ອົງ​ການ​ເກືອດຫ້າມອາ​ວຸດ​ເຄ​ມີ
2018-04-17 15:50:02  cri 

ວັນ​ທີ 16 ເມ​ສາ​ນີ້, ທ່ານ​ເຟ​ຊານ ເມກ​ດັດ ​ຮອງລັດ​ຖະ​ມົນ​ຕີ​​​ກະ​ຊວງການ​ຕ່າງ​ປະ​ເທດຊີ​​ຣີ​ກ່າວ​ວ່າ, ລັດ​ຖະ​ບານ​ຊີຣີ​ຍິນ​ດີ​ຮ່ວມ​ມື​ກັບ​ອົງ​ການ​​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ​​ໃນ​ການສຳ​ຫຼວດ​ກ່ຽວ​ກັບ ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ, ​ແລະ​ຈະ​ອຳ​ນວຍຄວາມ​ສະ​ດວກ​ທີ່​ຈຳ​ເປັນ​ທຸກ​ຢ່າງ​ໃຫ້​ຄະ​ນະ​ສຳ​ຫຼວດ.

ທ່ານ​ເມກ​ດັດ​ກ່າວ​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ​ຊີ​​ຣີ, ຄະ​ນະ​ສຳ​ຫຼວດ​ຂອງ​ອົງ​ການ​​ເກືອດຫ້າມ​ອາ​ວຸດ​ເຄ​ມີ​ໄດ້​ເດີນ​ທາງ​ໄປ​ຮອດ​​ນະ​ຄອນ​ຫຼວງດາ​ມັສ​ໃນ​ວັນ​ທີ 13 ເມ​ສາ​ນີ້, ແລະ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ​ຊີ​​ຣີ​ຫຼາຍ​ເທື່ອ, ສອງ​ຝ່າຍ​ໄດ້​​ເປິກ​ສາ​ຫາ​ລື​ກັນກ່ຽວ​ກັບ​ການ​ຮ່ວມ​ມືສຳ​ຫຼວດ​​ທີ່​ຍຸດ​ຕິ​ທຳ, ປອດ​ໃສ​ແລະ​ຖືກ​ຕ້ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ