ຄະນະ​ລັດຖະບານຈີນ​ຊຸດ​ໃໝ່​​ສາບານ​ຕົວ​ຕໍ່​ລັດຖະທຳ​ມະນູນ
2018-04-17 14:53:55  cri 

ວັນ​ທີ 16 ​ເມສາ​ນີ້ ຢູ່​ທຳນຽບຈົ່ງ​ໜານ​ໄຫ ນະຄອນຫຼວງປັກ​ກິ່ງ, ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງຈີນ ​ໄດ້​ຈັດ​ພິທີ​ສາບານ​ຕົວ​ຕໍ່​ລັດຖະທຳ​ມະນູນ ​ໂດຍ​ການ​ເປັນ​ພິຍານ​ຂອງ​ທ່ານຫຼີ​ເຄີ້ສຽງ ນາຍົກ​ລັດຖະມົນຕີ​ຈີນ.

ອີງ​ຕາມ "ລັດຖະທຳ​ມະນູນ​ສາທາລະນະ​ລັດ​ປະຊາຊົນ​ຈີນ" ສະບັບ​ປັບປຸງ ​ແລະ "ວິທີ​ຈັດຕັ້ງການ​ສາບານ​ຕົວ​ຕໍ່​ລັດຖະທຳ​ມະນູນ​ສຳລັບພະນັກງານ​ລັດ​ທີ່​ແຕ່ງຕັ້ງ​ໂດຍ​ລັດຖະບານ​ແລະ​ບັນດາ​ອົງການ​ລັດຖະບານ", ຜູ້​ຮັບຜິດຊອບ 92 ທ່ານ​ຂອງ 42 ອົງການ​ແລະໜ່ວຍງານ​ທີ່​ແຕ່ງຕັ້ງ​ໂດຍ​ລັດຖະບານ​​ແຕ່​ເດືອນ​ມິຖຸນາ​ປີ 2017 ຫາ​ເດືອນ​ມີນ​າປີ 2018 ​ໄດ້ສາບານ​ຕົວ​ຕໍ່​ລັດຖະທຳ​ມະນູນ​ຕາມ​ກົດໝາຍ.

ຫຼັງພິທີສາບານ​ຕົວ, ທ່ານຫຼີ​ເຄີ້ສຽງ ຮຽກຮ້ອງ​ໃຫ້​ບັນດາ​ທ່ານ​ຈົ່ງ​ຖື​ເອົາ​ແນວ​ຄິດ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​​ແນວ​ຄິດຊີ້​ນຳ, ຈົງ​ຮັກ​ພັກດີ​ຕໍ່​ລັດຖະທຳ​ມະນູນ, ​ບໍລິຫານ​ງານຕາມ​ລັດຖະທຳ​ມະນູນ, ປະຕິບັດ​ໜ້າ​ທີ່​ຢ່າງ​ຂະຫຍັນ​ຂັນ​​ແຂງ ​ແລະ​ມີ​ຄວາມ​ຮັບຜິດຊອບ​ສູງ, ປອດ​ໃສ​ຂາວ​ສະອາດ, ຍຶດໝັ້ນຖື​ເອົາ​ການ​ພັດທະນາ​ເປັນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ, ຜັນ​ຂະຫຍາຍ​ທັດສະນະຄະຕິ​ໃໝ່​ດ້ານ​ການ​ພັດທະນາ​, ຊຸກຍູ້​ສັງຄົມ​ໃຫ້​ມີ​ຄວາມ​ກ້າວໜ້າ​ຢ່າງຮອບດ້ານ, ​ເຮັດ​ວຽກ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ, ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ​ພະຍາຍາມ​ສ້າງ​ຜົນງານ​ໃໝ່​ທີ່​ບໍ່​ຜິດ​ຕໍ່​ແນວທາງຂອງ​ລັດ​ແລະ​ຄວາມ​ປາຖະໜາ​ຂອງປະຊາຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ