"ເສດຖະກິດ​ດອກ​ຄາຍ" ຊ່ວຍ​ແກ້​ໄຂ​ບັນຫາ​ຄວາມທຸກ​ຍາກ
2018-04-17 15:18:20  cri 

​ໃນ​ໄລຍະ​ລະດູບານ​ໃໝ່​ນີ້, ປະຊາຊົນ​ບ້ານ​ໜານ​ຊ່າ​ໂຂ​ວ ຕາ​ແສງ​ຊ່າ​ໂຂ​ວຈີ ​ເມືອງ​ວຸ້ຍ ​ແຂວງ​ເຫີ​ເປີ​ຍ ສປ ຈີນ ກຳລັງຂ້ຽວ​ເລັ່ງຕາກ​ຊາດ​ອກຄາຍຢ່າງ​ຕັ້ງໜ້າ​. ​ໃນຊຸມ​ປີຜ່ານ​ມາ, ​ເມືອງ​ວຸ້ຍ ​ເຊິ່ງ​ເປັນ​ເມືອງ​ຈຸດ​ສຸມ​ໃນ​ວຽກ​ງານ​ພັດທະນາ​ເພື່ອ​ລົບ​ລ້າງ​ຄວາມທຸກ​ຍາກ​ແຫ່ງ​ລັດ ​ໃນ​ການ​ດຳ​ເນີນ​ໂຄງການ​ລົບ​ລ້າງ​ຄວາມທຸກ​ຍາກ​ຕາມ​ເປົ້າ​ໝາຍ​ກຳນົດ​ນັ້ນ ​ໄດ້​ປຸກລະດົມ​ໃຫ້​ຊາວ​ກະສິກອນ​ທ້ອງ​ຖິ່ນ​ປູກ​ຕົ້ນຄາຍ ​​ແລະ​​ເກັບ​ດອກ​ມັນ​ມາປຸງ​ແຕ່​ງເປັນ​ຜະລິດ​ຕະພັນ​ຊະນິດ​ຕ່າງໆ ​ເຊັ່ນ ຊາ ​​ເປັນຕົ້ນ. ປັດຈຸບັນ, ​ເມືອງ​ດັ່ງກ່າວ​ໄດ້​ປູກ​ຕົ້ນຄາຍ​​ໃນ​ເນື້ອ​ທີ່ກວ້າງປະມານ 1.335 ​ເຮັກຕາ ​ແລະ​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ​ໄດ້ຫຼາຍຍິ່ງ​ຂຶ້ນ "​ເສດຖະກິດ​ດອກ​ຄາຍ" ກາຍ​ເປັນ​ຈຸດ​ຮຸ່ງ​ໃສ​ໃໝ່​ໃນ​ທ້ອງ​ຖິ່ນ​ດັ່ງກ່າວ​ໃນ​ການ​ຊຸກຍູ້​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ຕາມ​ເປົ້າໝາຍທີ່​ວາງ​ໄວ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ