ເປີດ​ຊຸດ​ອົບຮົມ​ການ​ຮ່ວມ​ມື​ດ້ານ​ການ​ແປ​ແລະ​ພາກ​ສຽງ​ຮູບ​ເງົາ-​ໂທລະພາບ​ຈີນ-ຕ່າງປະ​ເທດ​ລະດັບ​ສູງ 2018
2018-04-17 16:40:32  cri 

ຕອນ​ເຊົ້າວັນ​ທີ 17 ​ເມສາ​ນີ້ ກໍ​ຄື ​ໃນ​​ໄລຍະ​ຈັດ​ງານມະຫະກຳຮູບ​ເງົາ​ສາກົນ​ປັກ​ກິ່ງ​ຄັ້ງທີ 8, ​"ຊຸດ​ອົບຮົມ​ການ​ຮ່ວມ​ມື​ດ້ານ​ການ​ແປ​ແລະ​ພາກ​ສຽງ​ຮູບ​ເງົາ-​ໂທລະພາບ​ຈີນ-ຕ່າງປະ​ເທດ​ລະດັບ​ສູງ 2018" ທີ່​ຮ່ວມ​ຈັດ​ໂດຍ​ກົມ​ພົວພັນ​ຕ່າງປະ​ເທດ ກະຊວງ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ ​ແລະ ກົມ​ຮ່ວມ​ມື​ສາກົນ ອົງການ​ວິທະຍຸ ​ແລະໂທລະພາບ​ແຫ່ງ​ຊາດຈີນນັ້ນ ​ໄດ້​ຈັດ​ພິທີ​ເປີດຢ່າງ​ເປັນ​ທາງ​ການ ຢູ່​ນະຄອນຫຼວງປັກ​ກິ່ງ ​ໂດຍ​ໄດ້​ເຊື້ອ​ເຊີນ​ປະທານ​ງານ​ມະຫະກຳຮູບ​ເງົາ, ຜູ້​ຮັບຜິດຊອບ​ອົງການ​ຖ່າຍ​ທຳ​ຮູບ​ເງົາ-​ໂທລະພາບ ​ແລະ ຜູ້​ຊ່ຽວຊານ​ດ້ານ​ການ​ແປ​ແລະ​ພາກ​ສຽງ​ຕ່າງປະ​ເທດ 40 ທ່ານ​ຈາກ 24 ປະ​ເທດ ​ເຊັ່ນ ​ເນ​ປານ, ປາ​ກິ​ສະຖານ, ສີ​ລັງກາ, ອາ​ເມ​ລິ​ກາ, ກາ​ນາ​ດາ, ອົສຕຣາລີ, ອີ​ຕາ​ລີ, ​ໂອ​ຕລິ​ສ ​ແລະ ຣັດ​ເຊຍ ພ້ອມ​ດ້ວຍ​ຜູ້​ຊ່ຽວຊານ, ນັກວິຊາການ ​ແລະ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ຮູ​ບ​ເງົາ-​ໂທລະພາບ​ຂອງ​ມະຫາວິທະຍາ​ໄລ ​ແລະ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນສູງ 30 ກວ່າ​ແຫ່ງ​ຂອງ​ຈີນ ​ແລະ​ດຶງ​ດູດ​ອົງການ​ຖ່າຍ​ທຳ​ຮູບ​ເງົາ-​ໂທລະພາບ​ຈີນ 50 ກວ່າອົງການ​ເຂົ້າຮ່ວມ.

ຊຸດ​ອົບຮົມ​ຄັ້ງນີ້​ໄດ້​ເນັ້ນ "ການ​ແປ​ຮູບ​ເງົາ-​ໂທລະພາບ, ຊົມ​ໃຊ້​ວັດທະນະທຳ​ຮ່ວມ​ກັນ" ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ວັດທະນະທຳ​ຮູບ​ເງົາ-​ໂທລະພາບ​ຈີນ-ຕ່າງປະ​ເທດ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ບຸກຄົນ​ໃນ​ວົງ​ການ​ການ​ແປ​ແລະ​ພາກ​ສຽງ​ຮູບ​ເງົາ-​ໂທລະພາບຂອງ​ບັນດາ​ປະ​ເທດ ​ແລະ​ຄູ່​ຕຳ​ແໜ່​ງຂອງ​ຈີນ, ຊຸກຍູ້​ບຸກຄົນ​ພາຍໃນ​ວົງ​ການ​ໃຫ້​ເຂົ້າ​ໃຈ​ສະພາບ​ການ​ພັດທະນາ​ສິລະ​ປະຮູບ​ເງົາ-​ໂທລະພາບ​ໃນ​ຍຸກ​ປັດຈຸບັນ​ຂອງ​ຈີນ​ຕື່ມ​ອີກ, ​ແລກປ່ຽນວິທີ​ການ​ແປ-​ພາກ​ສຽງ​ ແລະ​ເຜີຍ​ແຜ່ ​ເພື່ອ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ແປ-ພາກ​ສຽງ​ໃຫ້​ສູງ​ຂຶ້ນ.

"​ຊຸດ​ອົບຮົມ​ການ​ຮ່ວມ​ມື​ດ້ານ​ການ​ແປ​ແລະ​ພາກ​ສຽງ​ຮູບ​ເງົາ-​ໂທລະພາບ​ຈີນ-ຕ່າງປະ​ເທດ​ລະດັບ​ສູງ 2018" ຈະ​ຈັດ​ກິດຈະກຳ​ຕ່າງໆ​ຢູ່​ນະຄອນຫຼວງປັກ​ກິ່ງ ​ແຕ່​ວັນ​ທີ 17-21 ​ເມສາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ