ສະຖານທູດລາວ ປະຈໍາ ສປຈີນ ຈັດງານບຸນກຸດສົງການປີໃໝ່ລາວ ພສ2561
2018-04-17 15:57:12  cri 


ເພື່ອເປັນການປົກປັກຮັກສາຮິດຄອງປະເພນີ ວັດທະນະທໍາທີ່ດີງາມຂອງຊາດ ໃນ ຕອນເຊົ້າວັນເສົາທີ14ເດືອນເມາສານີ້ ສະຖານທູດລາວ ປະຈໍານະຄອນຫຼວງປັກກິ່ງ ສປ ຈີນ ໄດ້ຈັດພິທີບາສີສູ່ຂວັນໃຫ້ພະນັກງານສະຖານທູດ,ນັກຄົ້ນຄ້ວາ,ນັກ​ສຶກສາລາວ ແລະແຂກຖືກເຊີນຈໍານວນໜຶ່ງ ໃນໂອກາດກຸດສົງການປີໃໝ່ລາວ ພສ 2561 ດ້ວຍ ຄວາມມ່ວນຊື່ນ.


ໃນໂອກາດນີ້ ທ່ານ ນາງວັນດີ ບຸດທະສະວົງ ເອກອັກຄະລະຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຂື້ນກ່າວໄຂງານ ເຊິ່ງກ່ອນອື່ນທ່ານໄດ້ນໍາເອົາຄໍາອວຍພອນ, ຢື້ຢາມ ຖາມຂ່າວຈາກພັກ,ລັດຖະບານລາວມາເຖິງຄົນລາວທຸກຄົນ ທີ່ໄດ້ປະຕິບັດໜ້າທີ່ອັນມີກຽດ ຢູ່ທີ່ ສປ ຈີນ. ນອກນີ້ທ່ານທູດ ນາງ ວັນດີ ບຸດທະສະວົງ ຍັງໄດ້ກ່າວເຖິງຈັງຫວະການ ຂະຫຍາຍຕົວດ້ານເສດຖະກິດ,​ວັດທະນະທໍາ, ສັງຄົມໄດ້ມີຄວາມໝັ້ນທ່ຽງພາຍ​ໃຕ້ການຊີ້ນໍາ ນໍາພາຂອງພັກ ແລະລັດຖະບານລາວ ເຊິ່ງປວງຊົນລາວທັງຊາດໄດ້ເຮັດສໍາເລັດສອງໜ້າ ທີ່ຍຸດທະສາດ ຄື ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.


ໃນງານຄັ້ງນີ້ໄດ້ມີການສະແດງ​ສິລະປະວັນນະຄະດີ,ອ່ານກາບກອນອວຍພອນປີໃໝ່ ຈາກນັກສຶກສາ ແລະພະນັກງານການນໍາ ທີ່ມາຍົກລະດັບທິດສະດີ ສີ່ເດືອນ ຈາກນັ້ນ ເຂົ້າສູ່ພິທີບາສີສູ່ຂວັນ ມັດຂໍ້ຕໍ່ແຂນຕາມຮິດຄອງປະເພນີ. ຫຼັງຈາກເຊັດພິທີບາສີສູ່ຂວັນ ແລ້ວຕ່າງໜ້ານັກ​ສຶກສາລາວໄດ້ພ້ອມກັນຫົດສົງທ່ານທູດພ້ອມດ້ວຍຄະນະໃຫຍ່ດີເປັນ ສຸກທັງກາຍແລະຈິດໃຈ.


ສະຖານທູດລາວປະຈໍາປັກກິ່ງໄດ້ຈັດພາເຂົ້າສາມັກ​ຄີນ້ອຍໃຫ້ທຸກຄົນທີ່ເຂົ້າຮ່ວມງານ ແລະຈັດລໍາວົງສາມັກຄີດ້ວຍຄວາມເບີກບານມ່ວນຊື່ນ. ສະຖານທູດລາວໄດ້ຈັດງານສົງ ການປີໃໝ່ລາວທຸກໆປີ ເພື່ອເຕົ້າໂຮມຄວາມສາມັກຄີ,ພະນັກງານ,ນັກຄົ້ນ​ຄວ້າ ນັກ​ສຶກສາທີ່ມາຮໍ່າຮຽນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ