ມູນ​ຄ່າ​ການລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 24,1%
2018-04-17 16:30:27  cri 
ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ​ຂອງ​ປີ​ນີ້, ນັກ​ທຸ​ລະ​ກິດ​ຈີນ​​ເຊິ່ງ​ບໍ່​ລວມ​ທັງ​ຮົງ​ກົງ ມາ​ກາວ ໄຕ້​ຫວັນ​ໄດ້​ລົງ​ທຶນ​ໂດຍ​ກົງ​ຕໍ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ 2023 ແຫ່ງ​ໃນ 140 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ, ​ເຊິ່ງ​ໃນ​ນີ້​ບໍ່​ໄດ້​ລວມ​ເຖິງ​ຂະ​ແໜງ​ການ​ການ​ເງິນຍອດ​ມູນ​ຄ່າ​ການ​ລົງ​ທຶນ​ບັນ​ລຸ​ເຖິງ 25 ຕື້ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 24,1%, ໄດ້​ຮັກ​ສາ​ການ​ເພີ່ມ​ຂຶ້ນ​ເປັນ 5 ເດືອນ​ລຽນ​ຕິດ.

ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ, ວິ​ສ​າ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ໃໝ່​ຕໍ່ 52 ປະ​ເທດ​ທີ່​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ມູນ​ຄ່າ​ການ​ລົງ​ທຶນ​ບັນ​ລຸ​ເຖິງ 3 ຕື້ 610 ລ້ານ​ໂດ​ລາ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 22,4%, ໄດ້​ກວມຍອດ​ມູ​ນ​ຄ່າ​ການ​ລົງ​ທຶນ 14,2% ໃນ​ໄລ​ຍະ​ດຽວ​ກັນ.

ໃນ​ໄຕ​ມາດ​ທີ​ໜຶ່ງ, ການ​ລົງ​ທຶນ​ທີ່​ບໍ່​ມີ​ແຜນ​ໄດ້​ຖືກ​ສະ​ກັດ​ກັ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຕົ້ນ​ຕໍ​ໄດ້​​ສຸມ​ໃສ່​ຂະ​ແໜງ​ການ​ຮັບ​ເໝົາ​ແລະ​ບໍ​ລິ​ການ​ການ​ຄ້າ, ຂະ​ແໜງ​ການ​ບໍ່​ແຮ່, ຂະ​ແໜງ​ການ​ຜະ​ລິດ, ຂະ​ແໜງ​ການ​ສື່​ສານ​ໂທ​ລະ​ຄົມ, ຊ໋ອ​​ບ​ແວ, ຂະ​ແໜງ​ການ​ບໍ​ລິ​ການ​ເຕັກ​ນິກ​ຂໍ້​ມູນ​ຂ່າ​ວ​ສານ​ແລະ​ອື່ນໆ, ສ່ວນ​ຂະ​ແ​ໜງ​ການ​ອະ​ສັງ​ຫາ​ລິ​ມະ​​ຊັບ, ກິ​ລາ​ແລະ​ບັນ​ເທິງ​ບໍ່​ມີ​ໂຄງ​ການ​ລົງ​ທຶນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ