ກະ​ຊວງ​ການ​ຄ້າ​ຈີນ​ຕົກ​ລົງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ້ານ​ການ​ຂາຍ​ທຸ້ມ​ຕະ​ຫຼາດ​ຕໍ່​ເຂົ້າ​ຟ້າງ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ເປັນ​ການ​ຊົ່ວ​ຄາວ
2018-04-17 16:49:40  cri 
ກະ​ຊວງ​ການ​ຄ້າ​ຈີນ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 17 ເມ​ສາ​ນີ້, ປະ​ກາດ​ການ​ຕັດ​ສິນ​ເບື້ອງ​ຕົ້ນ​ໃນ​ການ​ສຳ​ຫຼວດ​ຕ້ານ​ການ​ຂາຍ​ທຸ້ມ​ຕະ​ຫຼາດ​ຕໍ່​ເຂົ້າ​ຟ້າງ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ. ກະ​ຊວງ​ການ​ຄ້າ​ຈີນ​ຕັດ​ສິນ​ວ່າ, ເຂົ້າ​ຟ້າງ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ມີ​ການ​​ກະ​ທຳ​ແບບຂາຍ​​ທຸ້ມ​ຕະ​ຫຼາດ, ຂະ​ແໜງ​ການ​ຜະ​ລິດ​ເຂົ້າ​ຟ້າງ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ແທ້​ຈິງ, ຄວາມ​ເສຍ​ຫາຍ​ ແມ່ນ​ເກີດ​ຂຶ້ນ​ຍ້ອນ​ການ​ຂາຍ​ທຸ້ມ​ຕະ​ຫຼາດ​ດັ່ງ​ກ່າວ, ສະ​ນັ້ນ​ຈຶ່ງ​ຕົກ​ລົງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ້ານ​ຂາຍ​​ທຸ້ມ​ຕະ​ຫຼາດຕໍ່​ເຂົ້າ​ຟ້າງ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ເປັນ​ການ​ຊົ່ວ​ຄາວ.

ຕາມ​ການ​ຕັດ​ສິນ, ເລີ່ມ​ແຕ່​ວັນ​ທີ 18 ​ເມ​ສາ​ນີ້ເປັນ​ຕົ້ນ​ໄປ, ນັກ​ທຸ​ລະ​ກິດ​ຕ້ອງ​ຈ່າຍ​ຄ່າ​​ຮັບ​ປະ​ກັນ​ໃຫ້​ແກ່​ດ່ານ​ພາ​ສີ​ຂອງ ສ​ປ ຈີນ​ໂດຍ​ອີງ​ຕາມ​ອັດ​ຕາຄ່າຮັບ​ປະ​ກັນ​ທີ່​ການ​ຕັດ​ສິນ​ກຳ​ນົດ​ໄວ້ຄື 178,6% ໃນ​ເວ​ລາ​ນຳ​ເຂົ້າ​ເຂົ້າ​ຟ້າງຈາກ​ອາ​ເມ​ລິ​ກາ.

ພາຍ​ຫຼັງ​ການ​ຕັ​ດ​ສິນ​ເບື້ອງ​ຕົ້ນ​​ນີ້ແລ້ວ, ກະ​ຊວງ​ການ​ຄ້າ​ຈີນ​ຈະ​ສືບ​ຕໍ່​​ສຳ​ຫຼວດ​ຕໍ່​ຄະ​ດີ​​ນີ້ແລະໃຫ້​ການ​ຕັດ​ສິນ​ສຸດ​ທ້າຍ​. ກະ​ຊວງ​ການ​ຄ້າ​ຈີນ​ຈະ​ອີງ​ຕາມ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ, ແລະ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຮັບ​ປະ​ກັນ​ສິດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ