ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ
2018-04-17 16:52:53  cri 

 

ຕາມ​ຂ່າວ CRI: ວັນ​ທີ 16 ເມ​ສາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຄຼາວສ໌ ສະ​ວັບ, ປະທານ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ, ຈີນ​ແລະເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຄວນ​ກ້າວ​ໄປ​ໜ້າ​ພ້ອມ​ກັບ​ຍຸກ​ສະ​ໄໝ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮ່ວມ​ກັນ​ພະ​ຍາ​ຍາມ​ຊອກ​ຫາ​ພະ​ລັງ​ແຮງ​ໃໝ່​ທີ່​ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ, ແລະ​ຊອກ​ຫາແຜນ​ການ​ທີ່​ເປັນ​ໄປ​ໄດ້​ເພື່ອ​ແກ້​ໄຂ​ການ​ທ້າ​ທາຍ​ແບບ​ທົ່ວ​ໂລກ. ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ, ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ອະ​ນາ​ຄົດ​ທີ່​ດີ​ງາມ​ຂອງ​ໂລກ, ແລະ​​ຈະປະ​ກອບ​ສ່ວນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຫຼາຍກວ່າ​ເກົ່າ.

ທ່ານ​ສະ​ວັບ ກ່າວ​ວ່າ, ຈີນ​ລິ​ເລີ່ມ​ກໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ, ໃນ​ໄລ​ຍະ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຜະ​ເຊີນ​ກັບ​ການ​ທ້າ​ທາຍ, ໄດ້​ຊີ້​ແຈ້ງ​ທິດ​ທາງ​ໃຫ້​ແກ່​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ໄດ້​ເພີ່ມ​​ກຳ​ລັງ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງ. ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຍິນ​ດີ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໄລ​ຍະ​ຍາວ​ກັບ​ຈີນ​ໃນ​ດ້ານ​ການສະ​ໜັບ​ສະ​ໜູບ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ປະ​ດິດ​ສ້າງ​ໃໝ່​ແລະ​ອື່ນໆ, ​ຮ່ວມ​ກັນ​ພະ​ຍາ​ຍາມ​​ເພື່ອ​ເພີ່ມ​ທະ​ວີ​ການ​ປັບ​ປຸງ​ລະ​ບົບຄຸ້ມ​ຄອງ​ໂລກ​ໃຫ້​ດີ​ຂຶ້ນ​ແລະ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​​ຕ່າງໆຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ