ວັນທີ 15 ເມສານີ້, ເຈົ້າໜ້າທີ່ອົງການປົກຄອງທ້ອງຖິ່ນອັຟການີສະຖານໄດ້ຢືນຢັນວ່າ: ໃນ 48 ຊົ່ວໂມງຜ່ານມາ, ທະຫານປະເທດຕົນໄດ້ສັງຫານຜູ້ປະກອບອາວຸດກຸ່ມ IS ໃນເວລາປະຕິບັດການກວາດລ້າງກຸ່ມດັ່ງກ່າວຢູ່ພາກເໜືອງແຂວງໂຈສຈານ ເຮັດໃຫ້ກຸ່ມ IS ເສຍຊີວິດ 31 ຄົນ.
ໂຄສົກອົງການປົກຄອງແຂວງໂຈສຈານກ່າວອີກວ່າ: ກອງທັບອັຟການີສະຖານສົ່ງທະຫານອາກາດ ແລະກອງຕີພິເສດເຂົ້າບຸກໂຈມຕີໃນຄັ້ງນີ້. ເຮັດໃຫ້ກຸ່ມ IS ເສຍຊີວິດໃນນີ້ລວມທັງຜູ້ບັນຊາການ 3 ຄົນ, ຜູ້ປະກອບອາວຸດສັນຊາດຕ່າງປະເທດ 3 ຄົນ ແລະມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 16 ຄົນ.
ໂຄສົກທ່ານນີ້ກ່າວຕື່ມວ່າ: ປັດຈຸບັນນີ້, ທະຫານອັຟການີສະຖານໄດ້ຢືດຄືນແລ້ວ 5 ບ້ານທີ່ຖືກຄວບຄຸມໂດຍກຸ່ມ IS ໃນຜ່ານມາ ແລະການປະຕິບັດການກວາດລ້າງຍັງຈະດຳເນີນໄປຢ່າງຕໍ່ເນື່ອງ.