ປີ​ນີ້​​ການ​ສົ່ງ​ອອກເຂົ້າສານ​ໄທຄາດ​ວ່າ​ຈະ​ຂຶ້ນ​ເຖິງ 10 ລ້ານ​​ໂຕນ
2018-04-17 16:57:28  cri 
ສະມາຄົມ​ຜູ້​ສົ່ງ​ອອກ​ເຂົ້າສານ​ໄທ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຕະຫຼາດຕ້ອງການ​ເຂົ້າສານ​ໂລກ​ວ່າ: ​ເຂົ້າສານ​ໄທ​ຈະ​ຕອບ​ຮັບ​ການ​ເພີ່ມ​ປະລິມານ​ຄວາມ​ຕ້ອງການ, ຄາດ​ວ່າ​ໃນ​ປີ 2018 ປະລິມານ​ການ​ສົ່ງ​ອອກ​ເຂົ້າສານ​ໄທ​ຈະ​ບັນລຸ 10 ລ້ານ​ໂຕນ, ຫຼາຍ​ກວ່າ 9,5 ລ້ານ​ໂຕນ​ທີ່​ຄາ​ດຄະ​​ເນ​ຂອງ​ສະມາຄົມດັ່ງກ່າວ​ຄາດ​ຄະ​​ເນ​​ໄວ້​ໃນ​ກ່ອນ​ໜ້າ​ນີ້.

ປະ​ເທດ​ທີ່​ເພີ່ມ​ການນຳ​ເຂົ້າພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ອິນ​ໂດ​ເນ​ເຊຍ ​ແລະ​ຟິລິບ​ປິນ, ຄາດ​ວ່າ​ໃນ​ປີ​ນີ້ ຍອດປະລິມານ​ການນຳ​ເຂົ້າ​ຂອງ​ສອງ​ປະ​ເທດນີ້​ຈະ​ບັນລຸ 2 ຫາ 3 ລ້ານ​ໂຕນ. ຄາດໝາຍ​ນຳ​ເຂົ້າທີ່​ລັດຖະບານ​ອິນ​ໂດ​ເນ​ເຊຍ​ເປີດ​​ເຜີຍ​​ແມ່ນ 2 ລ້ານ​ໂຕນ, ສ່ວນ​ຟິລິບ​ປິນ​ແມ່ນ 1 ລ້ານ​ໂຕນ. ການ​ເພີ່ມ​ປະລິມານ​ການ​ນຳ​ເຂົ້າ​ຕົ້ນຕໍ​ແມ່ນ​ທົດ​ແທນ​ການ​ຫຼຸດ​ລົງ​ຂອງ​ການ​ຜະລິດ​ພາຍ​ໃນ. ນອກຈາກ​ນີ້, ປະ​ເທດ​ຈີນ​ກໍ​ຈະ​ເພີ່​ມປະລິ​ມານ​ການ​ນຳ​ເຂົ້າ​ເຂົ້າສານ​ເຊັ່ນ​ກັນ, ຄາດ​ວ່າ​ໃນ​ປີ​ນີ້ ປະລິມານ​ການ​ນຳ​ເຂົ້າ​ຈະ​ບັນລຸ 6 ລ້ານ​ໂຕນ, ​ເພີ່ມ​ຂຶ້ນ 1 ລ້ານ​ໂຕນ​ທຽບ​ໃສ່ປີຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ