ຄະນະຜູ້​ແທນນາຍ​ທະຫານ​ຊັ້ນນາຍ​ພັນຂອງ​ຈີນ​ຢ້ຽມຢາມ​ຍີ່ປຸ່ນ
2018-04-18 15:19:21  cri 

ມູນ​ນິທິ​ສັນຕິພາບ​ຊາ​ຊາ​ກາ​ວະ ຍີ່ປຸ່ນ ​ໄດ້​ຈັດ​ງານ​ລ້ຽງ​​ຢູ່​ນະຄອນຫຼວງ​ໂຕ​ກຽວ​ໃນ​ວັນ​ທີ 17 ​ເມສາ​ນີ້ ​ເ​ພື່ອຕ້ອນຮັບຄະນະຜູ້​ແທນນາ​ຍທະຫານ​ຊັ້ນນາຍ​ພັນ ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຢ້ຽມຢາມ​ຍີ່ປຸ່ນ​ຢ່າງ​ອົບ​ອຸ່ນ.

ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ໂຄງການ​ແລກປ່ຽນ​ກິດຈະການ​ນປ້ອງ​ກັນ​ປະ​ເທດ​ລະຫວ່າງ​ສອງ​ປະ​ເທດ​ທີ່ຮ່ວມ​ດຳ​ເນີນ​ໂດຍ​ມູນ​ນິທິ​ສັນຕິພາບ​ຊາ​ຊາ​ກາ​ວະ, ມູນ​ນິທິ​ມິດຕະພາບ​ຈີນ-ຍີ່ປຸ່ນ ​ແລະ ສະມາຄົມ​ຍຸດ​ທະ​ສາດ​ສາກົນ​ຈີນ ​​ແລະ​ນັບ​ແຕ່​ເລີ່​ມດຳ​ເນີນ​ໂຄງການ​ດັ່ງກ່າວ​ເມື່ອ​ປີ 2001 ​ເປັນຕົ້ນມາ​ໄດ້​ມີນາ​ຍທະຫານ​ກອງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນ​ເກືອບ 130 ທ່ານມາ​ຢ້ຽມຢາມ​ຈີນ ​ແລະ ນາຍ​ທະຫານ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ກວ່າ 200 ທ່ານ​ໄປ​ຢ້ຽມຢາມ​ຍີ່ປຸ່ນ. ​ແຕ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ຢຸດຕິ​ຊົ່ວຄາວຫຼັງ​ເດືອນກຸມພາ​ປີ 2012.

ທ່ານ​ສື​ໂກ໋ວວຸ້ຍ ຮອງ​ຫົວໜ້າ​ຫ້ອງການ​ການ​ຮ່ວມ​ມື​ການ​ທະຫານ​ສາກົນ ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ຫົວໜ້າ​ຄະນະນາ​ຍທະຫານ​ຈີນ ກ່າວ​ວ່າ:    ກົນ​ໄກ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ນີ້ ​ແມ່ນ​​ເວທີ​ສຳຄັນ​ສຳລັບ​ການ​ແລກປ່ຽນ​ກັນ​ລະຫວ່າງ​ນາຍ​ທະຫານ​ໜຸ່ມ​ຈີນ-ຍີ່ປຸ່ນ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ຕໍ່​ການ​ຮັກສາ​ຄວາມ​ຕໍ່​ເນື່ອງ​ຂອງ​ການ​ພົວພັນທາງກິດຈະການ​ປ້ອງ​ກັນ​ຈີນ-ຍີ່ປຸ່ນ ​ແລະ​ສະ​ສົມ​ພະລັງຢ່າງສ້າງສັນຕໍ່​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

​ໃນ​ການ​ຢ້ຽມຢາມ​ເປັນ​ເວລາ 8 ວັນ​ເທື່ອ​ນີ້, ຄະນະ​ຜູ້​ແທນຍັງ​ຈະ​ທັດສະນະ​ສຶກ​ສາ​ຫ້ອງ​ປະຊຸມ​ລັດຖະສະພາຍີ່ປຸ່ນ ​ແລະ ຖານ​ທັບ​ກອງ​ປ້ອງ​ກັນ​ຕົວ ທັງ​ຈະ​ແລກປ່ຽນ​ກັບ​ນາຍ​ທະຫານ​ກອງ​ປ້ອງ​ກັນ​ຕົວ, ບຸກຄົນ​ໃນ​ວົງ​ການ​ວິ​ສາ​ຫະກິດ​ທ້ອງ​ຖິ່ນ ​ແລະ ອົງການ​ຈັດຕັ້ງທາງ​ສັງຄົມ​ຍີ່ປຸ່ນ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ