"ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ຊ່ວຍ​ຊຸກຍູ້​ຫັນ​ທຸລະ​ກິດ​ເປັນ​ແບບ​ສາກົນ
2018-04-18 16:38:18  cri 

ໜັງສືພິມ "ໜານ​ຢາງຊ່າງ​ປ້າວ" ຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 17 ​ເມສາ​ນີ້​ລາຍ​ງານ​ວ່າ: ຈີນ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນມາ​ເປັນ​ເວລາ 8 ປີ​ຢ່າງ​ຕໍ່​ເນື່ອງ, ຂະນະ​ທີ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ກໍ​ພວມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ພັດທະນາ​ທຸລະ​ກິດ​ຢູ່​ຕ່າງປະ​ເທດ ​​ເພື່ອ​ຫັນ​ທຸລະ​ກິດ​ເປັນ​ແບບ​ສາກົນ ​​ແລະ ທະນາຄານ​ຢູ​ໄນ​ເຕັດ ​ໂອ​ເວີ​ຊິ​ສ ສິງກະ​ໂປ ກໍ​ຄາດ​ວ່າ ປີ​ນີ້​ຈະ​ມີ​ວິ​ສາ​ຫະກິດ​ຈີນ​ໄປ​ພັດທະນາ​ທຸລະ​ກິດ​ຢູ່​ອາ​ຊຽນຫຼາຍຍິ່ງ​ຂຶ້ນ.

ທະນາຄານ​ຢູ​ໄນ​ເຕັດ ​ໂອ​ເວີ​ຊິ​ສ ສິງກະ​ໂປ ​​ແຈ້ງວ່າ: ປີຜ່ານມາ, ທຶນ​ຈີນ​ຜ່ານບໍລິສັດ​ຕົນ​ເຂົ້າສູ່​ອາ​ຊຽນມີ​ເກືອບ 20 ຕື້​ໂດ​ລາ​ສິງກະ​ໂປ ຄາດ​ວ່າ​ປີ​ນີ້ ຈຳນວນ​ລູກ​ຄ້າ​ທີ່​ເປັນ​ວິ​ສາ​ຫະກິດ​ຈີນຂອງ​ບໍລິສັດ​ຕົນ​ຈະ​ເພີ່ມ​ຂຶ້ນອີກ 50%. ທ່ານ​ຈ່າງ​ຈື້ຈ່ຽນ ຫົວໜ້າ​ພະ​ແນ​ກທີ່​ປຶກສາ​ການ​ລົງທຶນ​ຕ່າງປະ​ເທດໂດຍ​ກົງຂອງ​ທະນາ​ຄານ​ດັ່ງກ່າວ ​ໄດ້​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລືການ​ຄ້າ-ການ​ລົງທຶນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ບັນດາ​ປະ​ເທດ​ໃນ​ອາ​ຊຽນລ້ວນ​ແຕ່​ກຳລັງ​ເລັ່ງ​ພັດທະນາ​ອຸດສາຫະກຳ​ແລະ​ພື້ນຖານ​ໂຄງ​ລ່າງຂອງ​ປະ​ເທດ​ຕົນ ສະນັ້ນ, ຈຶ່ງ​ມີ​ຄວາມ​ຕ້ອງການ​ຕໍ່​ການ​ລົງທຶນ ​ແລະ​ການ​​ໂອນ​ເຕັກນິກ​ທີ່​ກ່ຽວຂ້ອງ​ຈາກ​ຕ່າງປະ​ເທດ​ນັບ​ມື້​ເພີ່ມ​ຂຶ້ນ.

ທະນາຄານ​ຢູ​ໄນ​ເຕັດ ​ໂອ​ເວີ​ຊິ​ສ ຍັງກ່າວ​ວ່າ: ພະ​ແນ​ກທີ່​ປຶກສາ​ການ​ລົງທຶນ​ຕ່າງປະ​ເທດ​ໂດຍ​ກົງຂອງ​ທະນາຄານ​ຕົນ ​ໄດ້​ຕັ້ງ​ໃຫ້​ມີ​ໂຕະ​ຈີນ​ໂດຍ​ສະ​ເພາະ​ຢູ່​ປະ​ເທດາຊີ​ຕາ​ເວັນ​ອອກສຽງ​ໃຕ້ ລວມທັງອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສິງກະ​ໂປ, ​ໄທ ​ແລະ ຫວຽດນາມ, ຂະນະ​ທີ່​ພະ​ແນ​ກທີ່​ປຶກສາ​ການ​ລົງທຶນ​ຕ່າງປະ​ເທດ​ໂດຍ​ກົງ ຍັງ​ຈະ​ສືບ​ຕໍ່​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ໃນ​ການ​ຊ່ວຍ​ທຶນ​ຈີນ​ໄຫຼ​ເຂົ້າສູ່​ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ