ຮອງ​ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ
2018-04-18 17:17:13  cri 

 

ວັນ​ທີ 17 ເມ​ສາ​ນີ້​ຢູ່​ຫໍ​ຮັບ​ແຂກ​ຈົ່ງ​ນານ​ໄຫ, ທ່ານ​ຫວາງ​ສີ​ຊ່ານ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ທີ່​ນຳ​ໂດຍ​ທ່ານ​ຫງວຽນ​ວັນ​​ບິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລ​ຂາ​ທິ​ການຄະ​ນະເລ​ຂາ​ສູນ​ກາງ​​ພັກ, ​ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ທ່ານ​ຫວາງ​ສີ​ຊ່ານ​ກ່າ​ວ່າ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ຕ້ອງ​ຍຶດ​ໝັ້ນການ​ນຳ​ພາ​ຂອງ​ພັກ, ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ຄະ​ຕິ​ພັດ​ທະ​ນາ​ໃໝ່​ແບບ​ປະ​ດິດ​ສ້າງ​ໃໝ່, ປະ​ສານ​ສົມ​ທົບ​ກັນ, ສີ​ຂຽວ, ເປີດ​ປະ​ຕູ​​ແລະ​ຊົມ​ໃຊ້​ຮ່ວມ​ກັນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ດຳ​ລົງ​​ຄົງ​ຕົວ​ກັບ​ການ​ພັດ​ທະ​ນາ, ປະ​ສິດ​ທິ​ພາບ​​ກັບ​ຄວາມ​ຍຸດ​ຕິ​ທຳ, ບັນ​ລຸ​ໃຫ້​ເສດ​ຖະ​ກິດ​ຈາກ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ຫັນ​ເປັນ​ແບບ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສ່ວນ​ຫຼາຍ​ທີ່​ສຸດ. ຄວນ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ສຳ​ຄັນ​​ທີ່​ຜູ້​ນຳ​ສອງ​ປະ​ເທດ​ຕົກ​ລົງ​ຮ່ວມ​ກັນ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ, ເຮັດ​ໃຫ້ "ໜຶ່ງ​ແລ​ວ​ໜຶ່ງ​ເສັ້ນ​ທາງ" ແລະ "ສອງ​ແລວ​​ໜຶ່ງວົງ" ເຊື່ອມ​ຈອດ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​​ສາຍ​ພົວ​ພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບ​ດ້ານ​​ຈີນ-ຫວຽດ​ນາມໄດ້​ຮັບ​ຄວາມ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານຫງວຽນວັນ​ບິງ​ກ່າວ​ວ່າ, ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໄດ້​ຮັບ​ຜົນ​​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ, ໄດ້​ສະ​ໜອງ​ບົດ​ຮຽນ​ທີ່​ດີ​ໃຫ້​ແກ່​ຫວຽດ​ນາມ​ແລະປະ​ເທດ​ຕົນຍິນ​ດີ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ