ຈີນ ​ແລະ​ຍີ່ປຸ່ນ​ຈະ​ຈັດການປຶກ​ສາ​ຫາລືວຽກ​ງານທາງ​ທະ​ເລລະດັບ​ສູງ​ເທື່ອ​ທີ 9
2018-04-18 16:45:34  cri 
ວັນ​ທີ 17 ​ເມສາ​ນີ້, ທ່ານນາງ​ຮ້ວາ​ຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ປະກາດ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ​ໂດຍ​ຜ່ານ​ການ​ປຶກສາ​ຫາລື, ຈີນ ​ແລະ​ຍີ່ປຸ່ນ​ກຳ​ນົດຈະ​ຈັດການ​ປຶກສາ​ຫາລື​ວຽກ​ງານ​ທາງ​ທະ​ເລລະດັບ​ສູງ​ເທື່ອ​ທີ 9 ຢູ່​ເມືອງ​ເຊນ​ໄດ​ຍີ່​ປຸ່ນ​ແຕ່​ວັນ​ທີ 19 ຫາ 20 ​ເມສາ​ນີ້. ທ່ານ​​ນາງ​ແນະນຳ​ວ່າ: ​ເຈົ້າ​ໜ້າ​ທີ່ຂ​ອງກະຊວງ​ການ​ຕ່າງປະ​ເທດ, ກະຊວງປ້ອງ​ກັນປະ​ເທດ, ພາກສ່ວນການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ, ການ​ຄຸ້ມ​ຄອງ​ທະ​ເລ ​ແລະ​ອົງການ​ອື່ນໆ​ຂອງ​ສອງ​ປະ​ເທດ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ທ່ານ​ນາງ​ຮ້ວາ​ຊຸ່ນຢິງກ່າວ​ຕື່ມ​ວ່າ: ກົນ​ໄກ​ປຶກສາ​ຫາລື​ວຽກ​ງານ​ທາງ​ທະ​ເລລະ​ດັບ​ສູງ​ຈີນ-ຍີ່ປຸ່ນ​ແມ່ນ​ກົນ​​ໄກ​ແລກປ່ຽນປະສານ​ງານ​​ໂດຍ​ລວມດ້ານ​ວຽກ​ງານ​ທາງທະ​ເລ​ຂອງ​ສອງ​​ຝ່າຍ, ຈີນ​ພ້ອມ​ທີ່​ຈະ​ແລກປ່ຽນ​ຄຳ​ຄິດ​ເຫັນ​ກັບ​ຍີ່ປຸ່ນກ່ຽວ​ກັບ​ບັນຫາ​ທະ​ເລ​ທີ່​ສອງ​ຝ່າຍສົນໃຈຮ່ວມ​ກັນ​ໃນ​ການ​ປຶກສາ​ຫາລື​ເທື່ອ​ນີ້ ​ແລະ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ