ຮອດ​ປີ 2020 ​​ໂຮງ​ຮູບ​ເງົາ​ຢູ່​ນະຄ​ອນຫຼວງ​ປັກ​ກິ່ງ​ຈະ​ບັນລຸ​ເຖິງ 300 ​ແຫ່ງ
2018-04-18 17:10:01  cri 

ວັນ​ທີ 18 ​ເມສາ​ນີ້, ​ໃນພິທີ​ຖະ​ແຫຼ​ງຂ່າວງານ​ຮູບ​ເງົາ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 8, ທ່ານ​ຮູຕຸ່ງ ຮອງ​ຫົວໜ້າ​ພະ​ແນ​ກ​ພິມ​ຈຳ​ໜ່າຍ​ວິທະຍຸຮູບ​ເງົາ​​ໂທລະພາບ​ປັກ​ກິ່ງ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ​ໃນ 2 ຫາ 3 ປີຂ້າງ​ໜ້າ, ນະຄອນຫຼວງ​ປັກ​ກິ່ງຈະ​ເລັ່ງການ​ກໍ່ສ້າງ​ໂຮງ​ຮູບ​ເງົາ ​ເຮັດ​ໃຫ້​ສະ​ເລ່ຍແຕ່ລະ 1 ກິ​ໂລ​ແມັດ​ພາຍ​ໃນ 6 ​ເມືອງ​ຈະ​ມີ​​ໂຮງ​ຮູບ​ເງົາ​ແຫ່ງ​ໜຶ່ງ.

ຕາມ​ແຜນການ, ຮອດ​ທ້າຍ​ປີ 2020 ​ໂຮງ​ຮູບ​ເງົາ​ຢູ່​ປັກ​ກິ່ງຈະ​ບັນ​ລຸ​ເຖິງ 300 ​ແຫ່ງ, ສະ​ເລ່ຍ​ແຕ່ລະ 7 ໝື່ນ​ຄົນ​ມີໂຮງ​ຮູບ​ເງົາ​ແຫ່ງ​ໜຶ່ງ ​ແລະ​ຈຳນວນຈໍສາຍຮູບ​ເງົາ​ຈະ​ບັນລຸ​ເຖິງປະ​ມານ 2200 ໜ່ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ