ຜູ້​ເສຍ​ຊີ​ວິດ​​ຈາກ​ອຸ​ບັດ​ເຫດໃນ​ໄລ​ຍະ​ບຸນ​ປີ​ໃໝ່​ໄທ​​ເພີ່ມ​ຂຶ້ນກວ່າ​ປີ​ຜ່ານ​ມາ
2018-04-18 10:49:16  cri 
ເຈົ້າ​ໜ້າ​ທີ່​ກົມ​ປ້ອງ​ກັນ ແລະ ຫຼຸດ​ຜ່ອນ​ໄພ​ພິ​ບັດ​ໄທ​ເປີດ​ເຜີຍ​ໃນ​ວັນ​ທີ 17 ເມ​ສາ​ນີ້​ວ່າ, ໃນ​ໄລ​ຍະ​ບຸນ​ປີ​ໃໝ່​ປີ​ນີ້, ໄທ​ໄດ້​ເກີດ​ອຸ​ບັດ​ເຫດ​​ລົດ​ຕຳ 3560 ​ລາຍ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 1,06% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ອຸ​ບັດ​ເຫດ​ລົດ​ຕຳ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 378 ຄົນ ແລະ 3575 ຄົນ​ໄດ້​ຮັບ​ບາດ​ເຈັບ ເຊິ່ງ​ຈຳ​ນວນຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 8,31% ແລະ ​ຈຳ​ວນນຜູ້​ໄດ້​ຮັບ​ບາດ​ເຈັບໄດ້​ເພີ່ມ​ຂຶ້ນ 2,61%.

ຂ່າວ​ແຈ້ງວ່າ, ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ເກີດ​ອຸ​ບັດ​ເຫດ​ລົດ​ຕຳ​ຍັງ​ຄົງ​ແມ່ນ "​ດື່ມເມົາ​ແລ້ວ​ຂັບ​ຂີ່" ໂດຍ​ສະ​ເພາະ​ແມ່ນດື່ມ​ເມົາ​ແລ້ວ​ຂັບ​ລົດ​ຈັກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ