ທະ​ນາ​ຄານ ICBC ສາ​ຂາ​ສິງ​ກະ​ໂປ​ໄດ້​ຈຳ​ໜ່າຍ​ໃບ​ຫຼັກ​ຊັບໄລ​ຍະ​ກາງ 1 ຕື້ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຢ່າງ​ສຳ​ເລັດ​ຜົນ
2018-04-18 14:16:32  cri 
​ວັນ​ທີ 18 ເມ​ສາ​ນີ້, ທະ​ນາ​ຄານ ICBC ສາ​ຂາ​ສິງ​ກະ​ໂປ​ໄດ້​ຈຳ​ໜ່າຍ​ໃບ​ຫຼັກ​ຊັບໄລ​ຍະ​ກາງອັດ​ຕາ​ດອກ​ເບ້ຍ​ລອຍ​ຕົວ 1 ຕື້ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຢ່າງ​ສຳ​ເລັດ​ຜົນ. ໃນ​ນັ້ນ​ໄລ​ຍະ 3 ປີມີ 700 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ ໄລ​ຍະ 5 ປີ​ມີ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ໄດ້​ຂຶ້ນ​ທະ​ບຽນ​ຢູ່​ຕະຫຼາດຫຼັກ​ຊັບ​ສິງ​ກະ​ໂປ​ໃນ​ວັນ​ທີ 17 ເມ​ສາ​ນີ້. ການ​ຈຳ​ໜ່າຍ​ຄັ້ງ​ນີ້​ເຮັດ​ໃຫ້​ນັກ​ລົງ​ທຶນ​ສາ​ກົນ​ຈາກ​ອາ​ຊີ ແລະ ເອີ​ລົບ​ພາ​ກັນ​ມາຊື້​ຢ່າງ​ຫ້າວ​ຫັນ ແລະ ໄດ້​ຮັບ​ໃບ​ຈອງ​ຊື້​ເກືອບ​ຮ້ອຍ​ໃບ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ, ຕະຫຼາດ​ສາ​ກົນ​ໄດ້​ຮັບ​ຮູ້ ແລະ ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ທະ​ນາ​ຄານ ICBC ແລະ ເສດ​ຖະ​ກິດ​ຈີນ.

ທ່ານ​ໂຈ່ວ​ອາຍ​ມິນ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ທະ​ນາ​ຄານ ICBC ສາ​ຂາ​ສິງ​ກະ​ໂປ​ກ່າວ​ວ່າ, ທະ​ນາ​ຄານ ICBC ສາ​ຂາ​ສິງ​ກະ​ໂປ​​ເປັນ​ໜຶ່ງ​ໃນ​ສູນ​ຈຳ​ໜ່າຍ​ລວມ​ສູນ​ເຄື່ອງ​ມື​ຫ້າງ​ຫາ​ທຶນ​ຕ່າງ​ປະ​ເທດ​ຂອງ ICBC ເຊິ່ງ​ມີ​ຈຸດ​ປະ​ສົງ​ຫ້າງ​ຫາ​ຈຳ​ນວນ​ເງິນ​ທຶນ​ຈາກ​ຕະຫຼາດ​ທົ່ວ​ໂລກ​ຢ່າງ​ໝັ້ນ​ຄົງ​ເປັນ​ໄລ​ຍະ​ຍາວ ໂດຍ​ໝູນ​ໃຊ້​ທ່າ​ແຮງ​ທີ່​ຕັ້ງ​ຂອງ​ສິງ​ກະ​ໂປ ທີ່​ເປັນ​​ໃຈ​ກາງ​ດ້ານ​ການ​ທະ​ນາ​ຄານ​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ