ຍົນ 6 ລຳ​ທີ່​ຈີນ​ຜະ​ລິດ​ໄດ້​ມອບ​ໃຫ້​ເນ​ປານ​ໝົດ​ແລ້ວ
2018-04-18 14:17:53  cri 
ພິ​ທີ​ມອບ-ຮັບ​ຍົນ Y-12E 2 ລຳ​ທີ່​ຈີນ​ຜະ​ລິດ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ບິນ​ນະ​ຄອນຫຼວງ​ກັດ​ມັນ​ດູ​ປະ​ເທດ​ເນ​ປານ​ໃນ​ວັນ​ທີ 17 ເມ​ສາ​ນີ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຍົນ​ຊິນ​ໂຈ່ວ 60 ສອງ​ລຳ ແລະ ຍົນ Y-12E 4 ລຳ​ທີ່​ຈີນ​ຜະ​ລິດ ທີ່​ລັດ​ຖະ​ບານ​ເນ​ປານ​ຈັດ​ຊື້​ນັ້ນ​ໄດ້​ມອບ​ໃຫ້​ເນ​ປານ​ໝົດ​ແລ້ວ.

ທ່ານຢ​ວີ​ຮົງ ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຈີນ​ປະ​ຈຳ​ເນ​ປານ​ກ່າວ​ໃນ​ພິ​ທີ​ມອບ-ຮັບ​ວ່າ, ຍົນ 6 ລຳ​ດັ່ງ​ກ່າວ​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ຍົກ​ລະ​ດັບການ​ບໍ​ລິ​ການ​ຂອງ​ບໍ​ລິ​ສັດ​ການ​ບິນ​ເນ​ປານ​ໃຫ້​ສູງ​ຂຶ້ນ ແລະ ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ບິນ​ພົນ​ລະ​ເຮືອນ ແລະ ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ