ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຖ້າ​ຫາກ​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ຕາມ​ລຳ​ພັງ​ໃຈ, ຈີນ​ຍ່ອມ​ຈະ​ຕອບ​ໂຕ້​ຄືນ​ຢ່າງ​ແນ່ນອນ
2018-04-18 16:31:02  cri 
    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 17 ເມ​ສານີ້​ວ່າ, ຖ້າ​ຫາກ​ອາ​ເມ​ລິ​ກາ​ປ​ະ​ຕິ​ບັດ​ຕາມ​ລຳ​ພັງ​ໃຈ, ສືບ​ຕໍ່​ຝືນ​ກັບ​ກະ​ແສ​ຍຸກ​ສະ​ໄໝ, ຈີນ​ຍ່ອມ​ຈະ​ກຽມ​ພ້ອມ​ຕອບ​ໂຕ້​ຄືນ​ຢ່າງ​ແນ່ນອນ ເພື່ອ​ເອົາ​ຊະ​ນະ​ສົງ​ຄາມ​ປ້ອງ​ກັນ​ລັດ​ທິຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ​ບັ້ນ​ນີ້.

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ມື້​ດຽວ​ກັນ​ວ່າ, ກໍ​ຄື​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ໄດ້​ຊີ້​ໃຫ້​ເຫັນ​ໃນ​ໂອ​ກາດ​ພົບ​ປະ​ກັບ​ທ່ານ ຄ​ລາວ​ສ໌ ສະ​ວັບ ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໃນ​ວັນ​ທີ 16 ເມ​ສານີ້, ການ​ປິດ​ປະ​ຕູ​ຈະ​ເຂົ້າ​ສູ່​ທາງ​ຈົນ​ຕາ​ແຈ​ໃນ​ທີ່​ສຸດ, ມີ​ແຕ່​ການ​ເປີດ​ປະ​ຕູ​ແລະ​ການ​ຮ່ວມ​ມື​ເທົ່າ​ນັ້ນ ຈຶ່ງ​ສາ​ມາດ​ເຮັດ​ໃຫ້​ເສັ້ນ​ທາງ​ນັບ​ມື້​ນັບ​ກວ້າງ​ຂວາງ. ປະ​ເທດ​ໃຫຍ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ແລະ​ພິ​ເສດ​ໃນ​ດ້ານນີ້. ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​​ມີ​ຄວາມຮັບ​ຜິດ​ຊອບ, ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ດຳ​ເນີນ​ການ​ຮ່ວມ​ມື​ໃນ​ທ່າມ​ກາງ​ການ​ເປີດ​ປະ​ຕູ, ສະ​ແຫວງ​ຫາ​ການ​ໄດ້​ຮັບ​ຜົນປະ​ໂຫຍດຮ່ວມ​ກັນ​ດ້ວຍ​ການ​ຮ່ວມ​ມື, ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ແລະປະ​ກອບ​ສ່ວນ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ສ້າງ​ອະ​ນາ​ຄົດ​ທີ່​ແຈ້ງ​ສະ​ຫວ່າງ, ໝັ້ນ​ທ່ຽງ ແລະ​ຈົບ​ງາມ​ຂອງ​ໂລກໃຫ້ຫຼາຍກວ່າ​ເກົ່າ.

    ໃນ​ໄລ​ຍະ​ຈັດ​ການ​ສົນ​ທະ​ນາ​ລະ​ດັບ​ສູງ​ດ້ານ​ເສດ​ຖະ​ກິດ​ຈີນ-ຍີ່​ປຸ່ນ​ຄັ້ງ​ທີ 4 ແລະ​ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແລະ​ເສດ​ຖະ​ກິດ​ຈີນ-ອິນ​ເດຍ​ຄັ້ງ​ທີ 5, ຍີ່​ປຸ່ນ​ແລະ​ອິນ​ເດຍ​ລ້ວນ​ແຕ່​ກ່າວ​ວ່າ​ສະ​ໜັບ​ສະ​ໜູນ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ມີ​ກະ​ຕິ​ກາ ແລະ ຄວນ​ປົກ​ປັກ​ຮັກ​ສາ​ໂຄງ​ປະ​ກອບ​ການ​ຄ້າ​ເສ​ລີ​ທົ່ວ​ໂລກ​ທີ່​ຖື​ອົງ​ການ​ການ​ຄ້າ​ໂລກ​ເປັນ​ໃຈ​ກາງ. ນອກນີ້, ຜູ້​ນຳ​ຕ່າງ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນຫຼາຍ​ທ່ານ ກໍ​ໄດ້​ສະ​ແດງ​ທັດ​ສະ​ນະ​ທີ່​ຄ້າຍ​ຄື​ກັນ.

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ຕື່ມ​ວ່າ, ຫຼາຍມື້​ມານີ້, ປະ​ຊາ​ຄົມ​ໂລກ​ພາ​ກັນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ເຄົາ​ລົບ​ອົງ​ການ​ການ​ຄ້າ​ໂລກ ແລະ​ປະ​ຕິ​ບັດ​ຕາມ​ກະ​ຕິ​ກາຫຼາຍ​ຝ່າຍ. ຂະ​ນະ​ດຽວ​ກັນ ຢູ່​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ ກໍ​ມີ​ຄົນ​ນັບ​ມື້​ນັບຫຼາຍ ເຊິ່ງ​ລວມ​ທັງ​ສະ​ມາ​ຄົມ​ການ​ຄ້າ 107 ແຫ່ງ​ຮ່ວມ​ກັນ​ລົງ​ນາມ​ເພື່ອ​ຄັດ​ຄ້ານ​ການ​ກະ​ທຳ​ທີ່​ທຳ​ລາຍ​ຜູ້​ອື່ນ​ແລະ​ຕົນ​ເອງ​ຂອງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ