ຈີນ-ລາວ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ພືດ​ທີ່​ເປັນ​ຢາ
2018-04-18 16:34:11  cri 
    ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ແຈ້ງ​ໃຫ້​ຊາບ​ວ່າ, ພິ​ທີ​ລົງ​ນາມ​ໃນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ລະ​ຫວ່າງ​ສູນ​ຊັບ​ພະ​ຍາ​ກອນ​ຢາ​ພື້ນ​ເມືອງ​ຈີນ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ແພດ​ສາດ​ຈີນ ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ​ຢາ​ພື້ນ​ເມືອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ" ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 16 ເມ​ສານີ້ ໂດຍ​ທ່ານ ຮວງ​ລູ້​ຊີ ຮອງ​ຫົວ​ໜ້າ​ປະ​ຈຳ​ສະ​ຖາ​ບັນ​ແພດ​ສາດ​ຈີນ​ຂອງ​ຈີນ ແລະ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຢາ​ພື້ນ​ເມືອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ ໄດ້​ຕາງ​ໜ້າ​ສອງ​ຝ່າຍ​ລົງ​ນາມ​ໃນ​ບົດ​ບັນ​ທຶກ.

    ອີງ​ຕາມ​ບົດ​ບັນ​ທຶກ​ດັ່ງ​ກ່າວ, ບົນ​ພື້ນ​ຖານ​ການ​ສຳຫຼວດ​ຊັບ​ພະ​ຍາ​ກອນ​ທີ່​ໃຊ້​ເປັນ​ຢາ​ຂອງ​ລາວ, ສອງ​ຝ່າຍຈະ​ຮ່ວມ​ກັນ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ການພັດ​ທະ​ນາ​ແລະ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ພືດ​ພິ​ເສດ​ທີ່​ໃຊ້​ເປັນ​ຢາ​ທາງ​ເສດ​ຖະ​ກິດ​ຂອງ​ລາວ ທັງ​ຮຽບ​ຮຽງ "ຕຳ​ລາ​ພືດ​ລາວ". ສອງ​ຝ່າຍ​ຍັງ​ຈະ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ຢາ​ພື້ນ​ເມືອງ, ນຳ​ໃຊ້​ເຕັກ​ນິກ​ທີ່​ກ້າວ​ໜ້າ​ເພື່ອ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ແລະ​ປຽບ​ທຽບ​ພືດ​ທີ່​ເປັນ​ຢາ​ຂອງ​ຈີນ​ແລະ​ລາວ, ອົບ​ຮົມ​ຊັບ​ພະ​ຍ​າ​ກອນ​ມະ​ນຸດ​ດ້ານ​ການ​ຄົ້ນ​ຄວ້າ​ຊັບ​ພະ​ຍາ​ກອນ​ພືດ​ທີ່​ເປັນ​ຢາ​ຂອງ​ລາວ, ຍົກ​ລະ​ດັບ​ເຕັກ​ນິກ​ກາ​ນ​ພັດ​ທະ​ນາ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ພືດ​ທີ່​ເປັນ​ຢາ​ຂອງ​ລາວ​ໃຫ້​ສູງ​ຂຶ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

    ທ່ານ ວາງ​ເວີນ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ແລະ ທ່ານ ວາງ​ຊີ​ຮຸ່ຍ ທີ່​ປຶກ​ສາ​ເສດ​ຖະ​ກິດ​ການ​ຄ້າ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ ແລະ​ທ່ານ​ອື່ນ​ໆ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ