ຄາດ​ວ່າ​ອີກ 3 ປີ ລາຍ​ຮັ​ບຈາກການ​ຂາຍ​ປີ້​ເຂົ້າຊົມ​ຮູບເງົາ​ຈີນ​ຈະ​ບັນລຸ 80 ຕື້​ຢວນ
2018-04-19 15:28:04  cri 

ງານ​ມະຫະກຳຮູບ​ເງົາ​ສາກົນ​ປັກ​ກິ່ງ ​ໄດ້​ຈັດ​ກອງ​ປະຊຸມ​ສົນທະນາ ຢູ່ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 18 ​ເມສາ​ນີ້ ​ໂດຍ​ຜູ້​ຮັບຜິດຊອບ​ຫໍສຳ​ເນົາ​ຮູບ​ເງົາ​ຈີນ ​ແລະ ບໍລິສັດ​ຮູບ​​ເງົາ-​​ໂທລະພາບ​ຈີນ​ຈຳນວນ​ໜຶ່ງ​ເຂົ້າຮ່ວມ ​​ເພື່ອ​ຫາລື​ຫົວ​ຂໍ້​ຕ່າງໆ ​ເຊັ່ນ ການ​ພົວພັນ​ລະຫວ່າງຖານ​ຂໍ້​ມູນ​ໃຫຍ່​ກັບ​ຮູບ​ເງົາ, ວິທີ​ທາງ​ໃນການ​ສ້າງ​ຮູບ​ເງົາ​ໃຫ້ຖືກ​ກັບ​ຄວາມ​ຕ້ອງການຂອງ​ຜູ້​ຊົມ​ໂດຍ​ຜ່ານ​ການ​ວິ​ໄຈ​ຕົວ​ເລກ​ຂໍ້​ມູນ, ການດຶງ​ດູດ​ຈິດ​ໃຈ​ຜູ້​ຊົມ​ດ້ວຍ​ເລື່ອງ​ລາວ​ທີ່​ຊັກ​ນຳ​ໃຫ້ເກີດ​ຄວາມ​ຈັບ​ອົກ​ຈັບ​ໃຈ ​ແລະ​ອື່ນໆ.

ທ່ານ​ກ່າວ​ເຫ​ວິນ​ທ່າວ ຄູ່​ຮ່ວມ​ບໍລິສັດ​ຢີ້​ເອິ່ນ, ຜູ້ອຳນວຍການ​ໃຫຍ່​ສູນວາງ​ແຜນ ກ່າວ​ວ່າ: ປີ 2016 ​​ເປັນ​ຈຸດ​ລ້ຽວຂອງ​ຕະຫຼາດຮູບ​ເງົາ ​ເຊິ່ງອຸດສາຫະກຳ​ຮູບ​ເງົາ​ໄດ້​ຈາກ​ໄລຍະ​ເຕີບ​ໂຕ​​ແບບວ່ອງ​ໄວ​ເຂົ້າສູ່​ໄລຍະ​ເຕີບ​ໂຕ​​ແບບ​ປົກກະຕິ​ສະ​ໝ່ຳສະ​ເໝີ ​ແລະ​ໃນ​ເງື່ອນ​ໄຂ​ທາງ​ຍຸກ​ສະ​ໄໝ​​ແຫ່ງ​ການ​ບໍລິ​ໂພ​ກຍົກ​ລະດັບ​ສູງ​ຂຶ້ນ ​ແລະນະ​ໂຍບາຍ​ກໍເອື້ອ​ອຳນວຍ​, ຄາດ​ວ່າ​ເມື່ອ​ຮອດ​ປີ 2020, ລາຍ​ຮັບ​ຈາກ​ປີ້​ເຂົ້າຊົມ​ຮູບ​ເງົ​າຂອງ​ຈີນ​ຈະບັນລຸ​ກາຍ 80 ຕື້​ຢວນ. ​ໃນ​ຕໍ່ໜ້າ, ການ​ແບ່ງ​ງານ​​ໃນຕ່ອງ​ໂສ້​ອຸດສາຫະກຳ​ຈະນັ​ບມື້​ລະອຽດຍິ່ງ​ຂຶ້ນ ​ໂອກາດ​ປະດິດ​ສ້າງ​ກໍ​ຈະຫຼວງຫຼາຍຂຶ້ນ ລວມ​ເຖິງ​ການ​ຮ່ວມ​ມື​ດ້ານ​ຮູບ​ເງົາ​ລະຫວ່າງຈີນກັບປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ກໍ​ຈະເພີ່ມທະວີ​ຍິ່ງ​ຂຶ້ນ​ໄປ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ