ທະນາຄານກາງອາເມລິກາ ເປີດເຜີຍບົດລາຍງານການສຳຫຼວດສະຖານະການເສດຖະກິດທົ່ວປະເທດໃນວັນທີ 18 ເມສານີ້ ໂດຍສະແດງໃຫ້ເຫັນວ່າ ແຕ່ເດືອນມີນາຫາຕົ້ນເດືອນເມສານີ້, ເສດຖະກິດອາເມລິກາສືບຕໍ່ຂະຫຍາຍຕົວຢ່າງອ່ອນໂຍນ ແຕ່ມີຂະແໜງການຈຳນວນບໍ່ໜ້ອຍຮູ້ສຶກເປັນຫ່ວງຕໍ່ມາດຕະການທາງພາສີຂອງລັດຖະບານໂດນັນ ທຣຳ.
ບົດລາຍງານຊີ້ວ່າ: ເສດຖະກິດອາເມລິກາມີອະນາຄົດທີ່ເຫັນໄປໃນແງ່ດີຄືເກົ່າ ແຕ່ບາງຂະແໜງການ ລວມທັງອຸດສາຫະກຳການຜະລິດ, ກະສິກຳ ແລະ ການຄົມມະນາຄົມຂົນສົ່ງ ຕ່າງກໍເປັນຫ່ວງຕໍ່ມາດຕະການພາສີທີ່ລັດຖະບານທຣຳ ໄດ້ປະກາດໃຊ້ແລ້ວ ຫຼື ພວມຈະປະກາດນຳໃຊ້.
ບົດລາຍງານຍັງລະບຸວ່າ: ລາຄາສິນຄ້າໃນເຂດຄອບຄອງຂອງທະນາຄານກາງອາເມລິກາລ້ວນແຕ່ເພີ່ມຂຶ້ນໃນລະດັບໃດໜຶ່ງ ໃນນັ້ນ, ລາຄາເຫຼັກກ້າໄດ້ຖີບສູງຂຶ້ນຢ່າງຫຼວງຫຼາຍ ເນື່ອງຈາກລັດຖະບານທຣຳຂຶ້ນພາສີຕື່ມຕໍ່ການນຳເຂົ້າເຫຼັກກ້າ ແລະ ວິສາຫະກິດອາເມລິກາໂດຍທົ່ວໄປຄາດຄະເນວ່າ ໃນຫຼາຍເດືອນຕໍ່ໜ້ານີ້, ລາຄາສິນຄ້າຈະສືບຕໍ່ເພີ່ມຂຶ້ນ ໂດຍສະເພາະແມ່ນຜະລິດຕະພັນເຫຼັກກ້າແລະວັດສະດຸກໍ່ສ້າງ.