ອາ​ເມ​ລິ​ກາ​ຍິນ​ດີ​ຫາລື​ກັບ​ຈີນ​​ໃນ​ຂອບ WTO ກ່ຽວ​ກັບ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ
2018-04-19 17:12:36  cri 

ອົງການ​ກາ​ນຄ້າ​ໂລກ ຫຼື WTO ​ໄດ້​ເປີດ​ເຜີຍ​ເອກະສານ​ສະບັບ​ໜຶ່ງຫວ່າງ​ມໍ່ໆ​ມາ​ນີ້ ​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ​ໄດ້​ແຈ້ງ​ຕໍ່ WTO ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ຍິນ​ດີ​ຫາ​ລື​ກັບ​ຈີນ​ໃນ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຂອງ​ອົງການ​ການ​ຄ້າ​ໂລກ​ກ່ຽວ​ກັບ​ມາດ​ຕະການ 232 ຕໍ່​ຜະລິດ​ຕະພັນ​ເຫຼັກກ້າ-ອາ​ລູມີ​ນຽມ ​ແລະ ການ​ເກັບພາສີ​ໃນ​​ໂຄງການ​ກວດກາ 301 ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ. ການ​ກະທຳດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ​ນັບ​ວ່າ​ເປັນ​ການ​​ເຄົາລົບ​ລະບຽບ​ປົກກະຕິ​ຂອງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ຂອງ​ອົງການ​ການ​ຄ້າ​ໂລກ.

​ເອກະສານ​ທີ່ WTO ​ເປີດ​ເຜີຍ​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ ​ເຖິງ​ວ່າ​ອາ​ເມ​ລິ​ກາ​ຊີ້ວ່າຍັງ​ສະຫງວນ​ຄວາມ​ເຫັນ​ຕໍ່​ການ​ຮ້ອງ​ຂໍ​ປຶກສາ​ຫາລື​ຂອງ​ຈີນ​ກໍ​ຕາມ ​ແຕ່​ກໍ​ຍິນ​ດີ​ຫາລື​ກັບ​ຈີນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງລະຫວ່າງ​ສອງ​ຝ່າຍ. ສ່ວນ​ການ​ໃຊ້ມາດ​ຕະການ 232 ຕໍ່​ຜະລິດ​ຕະພັນ​ເຫຼັກກ້າ-ອາ​ລູມີ​ນຽມ​ນັ້ນ, ອາ​ເມ​ລິ​ກາ​ຊີ້​ວ່າ: ນະ​ໂຍບາຍ​ເກັບ​ພາສີ​ລາຍການ​ນີ້​ບໍ່​ແມ່ນ​ມາດ​ຕະການ​ປົກ​ປ້ອງ​ການ​ຄ້າ ​ແຕ່​ແມ່ນ​ມາດ​ຕະການ​ທີ່​ປະຕິບັດ​ເພື່ອ​ຮັບ​ມື​ຕໍ່ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ດັ່ງກ່າວ​​ແລະ​ກະທົບ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ອາ​ເມ​ລິ​ກາ​ທັງ​ນັ້ນ ​ແຕ່​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຂອງ​ອົງການ​ການ​ຄ້າ​ໂລກ​ບໍ່​ສາມາດ​ແກ້​ໄຂ​ບັນຫາພາສີ​ທີ່​ກ່ຽວ​ພັນ​ເຖິງ "ຄວາມ​ໝັ້ນຄົງ​ແຫ່ງ​ຊາດ".

ສ່ວນ​ການວາງ​ຂໍ້​ສະ​ເໜີ​ໃຫ້​ຂຶ້ນ​ພາສີ​ຕື່ມ​ຕໍ່​ຜະລິດ​ຕະພັນ​ນຳ​ເຂົ້າຈາກ​ຈີນ​ໃນ​ໂຄງການ​ກວດກາ 301 ນັ້ນ, ອາ​ເມ​ລິ​ກາ​ກ່າວ​ວ່າ​ຍິນ​ດີ​ປຶກສາ​ຫາລື​ກັນ​ຕໍ່​ກັບ​ບັນຫາ​ດັ່ງກ່າວ ​ແຕ່​ປັດຈຸບັນ ການ​ຂຶ້ນພາສີ​ຕື່ມຍັງ​ເປັນ​ພຽງ​ຂໍ້​ສະ​ເໜີ​ເທົ່າ​ນັ້ນ ຍັງ​ບໍ່​ທັນ​ປະຕິບັດ​ຢ່າງ​​ເປັນ​ທາງ​ການ​ເທື່ອ ສະນັ້ນ, ບັນຫາ​ທີ່​ຈີນ​ຍົກ​ຂຶ້ນມານັ້ນ ຈຶ່ງບໍ່​ມີຈຸດ​​ໃດ ທີ່​ເປັນ​ບັນຫາ​ຕົວ​ຈິງ​ໃຫ້ແກ້​ໄຂ​ໃນ​ກົນ​ໄກ​ແ​ກ້​ໄຂ​ຄວາມ​ຂັດ​ແຍ້​ງດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ