ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ຍີ່​ປຸ່ນ ​ແລະ ​ສ.ເກົາ​ຫຼີ ​ຈັດ​ຂຶ້ນ​ຢູ່​ໂຕ​ກຽວ
2018-04-19 16:57:12  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ຍີ່​ປຸ່ນ ​ແລະ ​ສ.ເກົາ​ຫຼີ ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງໂຕ​ກຽວປະ​ເທດ​ຍີ່​ປຸ່ນ​ໃນ​ວັນ​ທີ 18 ເມ​ສາ​ນີ້.

​ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ເປີດ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ລີ​ຈົງ​ຮອນ ເລ​ຂາ​ທິ​ການ​ໃຫຍ່​ກອວ​ເລ​ຂາ​ການ​ຮ່ວມ​ມື​ລະ​ຫວ່າງ 3​ ປະ​ເທດກ່າວ​ວ່າ, ການເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງ 3​ ປະ​ເທດ​ແມ່ນ​ວິ​ໄສ​ທັດ​ທີ່ 3 ​ປະ​ເທດ​ສະ​ແຫວງ​ຫາ​ໃນ​​ຕະ​ຫຼອດໄລ​ຍະ​ອັນ​ດົນ​ນານ​ຜ່ານ​ມາ, ສາມ​ປະ​ເທດ​ຄວນ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ໂດຍ​ຜ່ານ​ການ​ແລກ​ປ່ຽນ, ແລະ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ 3​ ປະ​ເທດ​ຂະ​ຫ​ຍາຍ​ຕົວ​ຕື່ມ​ອີກ.

ທ່ານ​ເຊີງ​ຢົງ​ຫວາ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຍີ່​ປຸ່ນ​ກ່າວ​ວ່າ, 3 ​ປະ​ເທດ​ຄວນ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ສອງ​ຝ່າຍ​ຢ່າງ​ເໝາະ​ສົມ, ສ້າງ​ແນວ​ຄິດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​​ປູກ​ຈິດ​ສຳ​ນຶກ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ເປີ​ດ​ກວ້າງ​ການ​ເປີດ​ປະ​ຕູ​ໃຫ້​ແກ່​ກັນ​ແລະ​ກັນ, ລົງ​ເລິ​ກ​ການ​ຮ່ວມ​ມື​ລະ​ຫວ່າງ 3​ ປະ​ເທດ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ເຮັດ​ໃຫ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​​ເປັນໄປ​ໃນ​ທິດ​ທາງ​ທີ່​ດີ, ແລະ​ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່​ເປີດ​ປະ​ຕູ​, ກວມ​ລວມ, ດຸນ​ດ່ຽງ​ ແລະ​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ຍີ່​ປຸ່ນ​ ແລະ ​ສ.ເກົາ​ຫຼີ​ ແມ່​ນ​ຈັດ​ຂຶ້ນ​ໂດຍກອງເລ​ຂາ​ການ​ຮ່ວມ​ມື 3 ​ປະ​ເທດ. ໂດຍ​ເນັ້ນ​ຫົວ​ຂໍ້​ຕົ້ນ​ຕໍທີ່​ວ່າ "ເປີດ​​ໜ້າ​ໃໝ່​​ປະ​ຫວັດ​ສາດແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ 3​ ປະ​ເທດ: ທົບ​ທວນ​ຄືນ 10 ປີ​ຜ່ານ​ມາ, ແລະ​ສຸມ​ຕາມອງ​ 10 ປີ​ຕໍ່​ໜ້າ", ບຸກ​ຄົນ​ວົງ​ການ​ຕ່າງ​ໆ 300 ກວ່າ​ທ່ານ​ຈາກ 3​ ປະ​ເທດ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ