ອົງການກອງທຶນເງິນຕາສາກົນຫຼື IMF ເຕືອນໃນວັນທີ 18 ເມສານີ້ວ່າ, ເຖິງວ່າເງື່ອນໄຂໂຍະຍານທາງການເງິນມີຜົນດີຕໍ່ການເຕີບໂຕຂອງເສດຖະກິດໂລກໃນໄລຍະສັ້ນກໍຕາມ, ແຕ່ຫາກປະຕິບັດນະໂຍບາຍອັດຕາດອກເບ້ຍຕ່ຳເປັນໄລຍະດົນນານຈະເຮັດໃຫ້ເສັ້ນທາງພັດທະນາໃນຕໍ່ໜ້າອາດປະສົບການສະດຸດແລະເພີ່ມຄວາມສ່ຽງຕໍ່ການເຕີບໂຕຂອງເສດຖະກິດ.
IMF ໄດ້ເປີດເຜີຍ "ບົດລາຍງານຄວາມໝັ້ນທ່ຽງການເງິນຂອງໂລກປະຈຳ 6 ເດືອນ" ໃນວັນທີ 18 ເມສານີ້ລະບຸວ່າ, ທຽບໃສ່ເດືອນຕຸລາປີຜ່ານມາທີ່ໄດ້ເປີດເຜີຍບົດລາຍງານປະຈຳ 6 ເດືອນສະບັບແລ້ວນີ້, ຄວາມສ່ຽງການເງິນໄລຍະສັ້ນຂອງໂລກໄດ້ເພີ່ມຂຶ້ນອີກໜ້ອຍໜຶ່ງ, ຂະນະດຽວກັນຄວາມສ່ຽງການເງິນໄລຍະກາງຍັງຢູ່ໃນລະດັບສູງໃນຊຸດປີຜ່ານມາຄືເກົ່າ.
ສຳລັບຊັບສິນໃນຮູບດິຈິຕອນໃນຕະຫຼາດການເງິນ, ອົງການ IMF ເຫັນວ່າ, ປັດຈຸບັນຊັບສິນໃນຮູບດິຈິຕອນຍັງບໍ່ໄດ້ກໍ່ຄວາມສ່ຽງດ້ານການເງິນ, ແຕ່ຖ້າວ່າໃຊ້ຊັບສິນດັ່ງກ່າວນັບມື້ນັບຫຼາຍຂຶ້ນແລະບໍ່ມີມາດຕະການຮັບມືປ້ອງກັນທີ່ເໝາະສົມ, ກໍຈະເພີ່ມຄວາມສ່ຽງການເງິນໄດ້ເຊັ່ນກັນ.