ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ​ພົບ​ປະ​​ຫົວ​ໜ້າເສ​ນາ​ທິ​ການກອງ​ທັບ​​ເຮືອ​ປາ​ກິ​ສະ​ຖານ
2018-04-19 14:54:22  cri 
ວັນ​ທີ 18 ເມ​ສາ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ເວີຍ​ເຟີ້ງ​ເຮີ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ຈາ​ຟາ ມາ​ມູດ ອັບ​ບາ​ຊີ ຫົວ​ໜ້າເສ​ນາ​ທິ​ການ​ກອງ​ທັບ​​ເຮືອ​ປາ​ກິ​ສະ​ຖານ.

ທ່ານ​ເວີຍ​ເຟີ້ງ​ເຮີ​ກ່າວ​ວ່າ, ຈີນ ແລະ ປາ​ກິ​ສະ​ຖານ​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບ​ວົງ​ຈອນ. ກອງ​ທັບ​ຈີນ​ຍິນ​ດີ​ຮ່ວມ​ກັບ​ກອງ​ທັບ​ປາ​ກິ​ສະ​ຖານ, ສຸມ​ໃສ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ຕິດ​ແທດ​ຕົວ​ຈິງ, ຍົກ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະ​ໜອງ​ການ​ຄ້ຳ​ປະ​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ທ່ານ​ອັບ​ບາ​ຊີ​ກ່າວ​ວ່າ, ປາ​ກິ​ສະ​ຖາ​ນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມກັບ​ຈີນ, ລົງ​ເລິກ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຜູ້​ນຳ​ຂັ້ນ​ສູງ, ການ​ຊ້ອມ​ຮົບ​ຕົວ​ຈິງ ແລະ ​ດ້ານເຕັກ​ນິກ​ອຸ​ປ​ະ​ກອນ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່ງ​ສອງ​ປະ​ເທດ ແລະ ສອງກອງ​ທັບ​ໃຫ້​ຂະ​ຫຍາຍ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ