ຈີນ​ແລະ​ໄທ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ໂຄງ​ການງວດ​ທຳ​ອິດ​ຂອງ​ຝ່າຍ​ໄທ​ໃນ​ຂອບກອງ​ທຶນ​ສະ​ເພາະ​​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2018-04-19 14:56:03  cri 
ວັນ​ທີ 18 ເມ​ສາ​ນີ້, ທ່ານ​ລຸຍ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ ແລະ ທ່ານ​ນາງ​ນັນ​ທະ​ວັນ ສະ​ກຸນ​ຕະ​ນາ​ກ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາ​ນິດ​ໄທ​ໄດ້​ລົງ​ນາມໃນ​ສັນ​ຍາ​ຮ່ວມ​ມື​ໂຄງ​ການງວດ​ທຳ​ອິດ​ຂອງ​ຝ່າຍ​ໄທ​ໃນ​ຂອບກອງ​ທຶນ​ສະ​ເພາະ​​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງຢູ່​ກະ​ຊວງ​ພາ​ນິດ​ໄທ.

ທ່ານ​ລຸຍ​ຈ້ຽນ​ກ່າວ​ວ່າ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ປາ​ຖະ​ໜາ​ຂອງ​ຈີນ ແລະ ປະ​ເທດ​ອ້ອມ​ຂ້າງ​ໃນ​ການ​ຮ່ວມ​ກັນ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ ແລະ ເລັ່ງ​ລັດ​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ. ຈີນ​ໄດ້​ອອກ​ແຮງ​ຊຸກ​ຍູ້​ສ້າງ​ສາ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​​ປະ​ຕູ​ມາ​ໂດຍ​ຕະຫຼອດ. ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ທີ່​ຫາ​ກໍ​ສິ້ນ​ສຸດ​ລົງ​ໃນ​ມໍ່ໆ​ມາ​ນີ້ ໂດຍ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ບໍ່​ປິດ​ປະ​ຕູ, ມີ​ແຕ່​ເປີດ​ປະ​ຕູ​ສູ່​ພາຍນອກ​ນັບ​ມື້​ນັບ​ກວ້າງ​ຂວາງ. ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ຈີນ​ຍ່ອມ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ອ້ອມ​ຂ້າງ ເຊິ່ງ​ລວມ​ທັງ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ໄວ​ກວ່າ​ໝູ່ ແລະ ຫຼາຍກວ່າ​ໝູ່. ຈີນ​ຍິນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເຊິ່ງ​ລວມ​ທັງ​ໄທ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ນີ້.

ອີງ​ຕາມ​ສັນ​ຍາ​ສະ​ບັບ​ນີ້, ຈີນ​ຈະ​ລົງ​ທຶນ​ຊ່ວຍ​ໄທ​ພັດ​ທະ​ນາ 4 ໂຄງ​ການ ຄື: ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂ້າມ​ຊາຍ​ແດນ, ການ​ຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ​ການ​ຄ້າ​ແລະ​ການ​ຈໍ​ລະຈອນ​ສິນ​ຄ້າ​ຊາຍ​ແດນ, ເວ​ທີ​ປຶກ​ສ​າ​ຫາ​ລື​ທຸ​ລະ​ກິດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ ການ​ພັດ​ທະ​ນາ​ທຸ​ລະ​ກິດ​ເອັກ​ເລັກ​ໂຕຼນິກ​ຊົນ​ນະ​ບົດ​ອະ​ນຸ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ