ງົບ​ປະ​ມານ​ລາຍ​ຮັບ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 13,6%
2018-04-19 14:57:07  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 18 ເມ​ສາ​ນີ້​ວ່າ, ງົບ​ປະ​ມານ​ລາຍ​ຮັບ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​ມີ​ເຖິງ 5054,6 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 13,6%. ງົບ​ປະ​ມານ​ລາຍ​ຈ່າຍ​ໃນ​ໄລ​ຍະ​ດຽວ​ກັນ​ມີ​ເຖິງ 5099,7 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 10,9%. ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ຈີນ​ເປີດ​ເຜີຍ​ຕື່ມ​ວ່າ, ຄາດ​ວ່າ​ງົ​ບ​ປະ​ມານ​ລາຍ​ຮັບ​ໃນ​ປີ​ນີ້​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນຂ້ອນ​ຂ້າງ​ໄວ, ແຕ່​ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ​ໜຶ່ງ​​ຂອງ​ປີ​ນີ້ແລ້ວ, ຈັງ​ຫວະ​ເຕີບ​ໂຕ​ອາດ​ຈະ​ຊ້າ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ