ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ເນ​ປານ​ພົບ​ປະ​ເຈ​ລະ​ຈາ​ກັນ
2018-04-19 16:33:00  cri 
    ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ປ​ຣາ​ດີບ ​ກູ​ມາ ເກຍ​ວາ​ລີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເນ​ປານ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ເມ​ສານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ວາງຢີ້ ກ່າວ​ວ່າ, ຈີນ​ຊົມ​ເຊີຍ​ເນ​ປານ​ທີ່​ໄດ້​ສຳ​ເລັດ​ການ​ປ່ຽນ​ຮູບ​ແບບ​ການ​ເມືອງ​ຢ່າງ​​ລາບ​ລື່ນ ແລະ​ອວຍ​ພອນ​ໃຫ້​ເນ​ປານ​ຈົ່ງ​ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ໄວ. ປັດ​ຈຸ​ບັນ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນໄດ້​ເຂົ້າ​ສູ່​ຍຸກ​ໃໝ່ ແລະເນ​ປານ​ກໍ​ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ. ສອງ​ຝ່າຍ​ຄວນ​ກຳແໜ້ນ​ໂອ​ກາດ​ໃນ​ປັດ​ຈຸ​ບັນ, ປັບ​ປຸງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ໃຫ້​ໝັ້ນ​ຄົງ​ກວ່າ​ເກົ່າ, ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ເຊື່ອມ​ຈອດ​ກັນ​ເປັນ​ຕົ້ນ​ພາຍ​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ເນ​ປານ.

    ທ່ານ ເກຍ​ວາ​ລີ ກ່າວ​ວ່າ, ເນ​ປານ​ຈະ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ເດັດ​ດ່ຽວ, ຂອບ​ໃຈ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ປະ​ເທດ​ຕົນ. ເນ​ປານ​ເຫັນ​ດີ​ຢ່າງ​ສູງ​ຕໍ່​ທັດ​ສະ​ນະ​ຄະ​ຕິ "ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ" ທີ່​ລິ​ເລີ່ມ​ໂດຍ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ, ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ເນ​ປານ-ຈີນ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງກວ່​າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ