ບໍ​ລິ​ສັດ​ແອ​ບັ​ສ​ແລະ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ເຊັນ​ສັນ​ຍາ​ແກ່​ຍາວ​ເວ​ລາ​ບໍ​ລິ​ການ
2018-04-19 16:35:50  cri 
    ວັນ​ທີ 18 ເມ​ສານີ້, ບໍ​ລິ​ສັດ​ແອ​ບັ​ສ​ປະ​ກາດ​ວ່າ, ໄດ້​ເຊັນ​ສັນ​ຍາ​ສະ​ບັບ​ໜຶ່ງ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ມາເລເ​ຊຍ ໂດຍ​ຈະ​ສື​ບ​ຕໍ່​ໃຫ້​ການ​ບໍ​ລິ​ການ​ຊ່ວຍ​ເຫຼືອ​ຍົນ​ຂົນ​ສົ່ງ​ທາງ​ການ​ທະ​ຫານ A400M ຂອງກອງ​ທັບ​ອາ​ກາດ​ມາ​ເລ​ເຊຍ.

    ສັນ​ຍາ​ສະ​ບັບ​ນີ້ ໄດ້​ເຊັນ​ກັນ​ໃນ​ໄລ​ຍະ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ປ້ອງ​ກັນ​ປະ​ເທດ​ອາ​ຊີ​ມາ​ເລ​ເຊຍ 2018 ເພື່ອ​ແກ່​ຍາວ​ເວ​ລາ​ບໍ​ລິ​ການ​ລະ​ຫວ່າງ​ບໍ​ລິ​ສັດ​ແອ​ບັ​ສ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ.

    ອີງ​ຕາມ​ສັນ​ຍາ​ສະ​ບັບ​ນີ້, ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ທີ່​ສະ​ໜອງ​ເຄື່ອງ​ອະ​ໄຫຼ່​ຂອງທ້ອງ​ຖິ່ນ, ບໍ​ລິ​ສັດ​ແອ​ບັ​ສຈະ​ສືບ​ຕໍ່​ສະ​ໜອງ​ວັດ​ສະ​ດຸ​ພ້ອມ​ດ້ວຍ​ການ​ບໍ​ລິ​ການ​ດ້ານ​ໂຄງ​ການ, ການ​ບິນ ​ແລະ​ການບຳ​ລຸງ​ຮັກ​ສາ​ໃຫ້​ແກ່ຍົນ​ຂົນ​ສົ່ງ​ທາງ​ການ​ທະ​ຫານ A400M ຂອງກອງ​ທັບ​ອາ​ກາດ​ມາ​ເລ​ເຊຍ. ບໍ​ລິ​ສັດ​ແອ​ບັ​ສ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ມີ​ແຜນ​ການມອບ​ວຽກ​ງານ​ເຫຼົ່າ​ນີ້​ໃຫ້​ແກ່​ທະ​ຫານ​ອາ​ກາດ​ມາ​ເລ​ເຊຍແລະ​ນັກ​ວິ​ຊາ​ການເຕັກ​ນິກ​ທ້ອງ​ຖິ່ນ​ໄປ​ເທື່ອ​ລະ​ກ້າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ