ຕວກ​ກີ​ຕົກ​ລົງ​ແກ່​ຍາວ​ເວ​ລາ​ພາ​ວະ​ສຸກ​ເສີນ​ໄປ​ອີກ 3 ເດືອນ
2018-04-19 16:37:32  cri 
    ວັນ​ທີ 18 ເມ​ສານີ້, ສະ​ພາ​ປະ​ຊາ​ຊົນ​ໃຫຍ່​ຕວກ​ກີ ໄດ້​ລົງ​ຄະ​ແນນ​ສຽງ ແລະ ຮັບ​ຮອງ​ຍັດ​ຕິ​ຂອງ​ລັດ​ຖະ​ບານ ໂດຍ​ຈະ​ແກ່​ຍາວ​ເວ​ລາ​ພາ​ວະ​ສຸກ​ເສີນ​ທີ່​ປະ​ຕິ​ບັດ​ໃນ​ປັດ​ຈຸ​ບັນ​ນັ້ນ ໄປ​ອີກ 3 ເດືອນ​ເຊິ່ງ​ເລີ່ມ​ແຕ່​ວັນ​ທີ 19 ເມ​ສານີ້​ເປັນ​ຕົ້ນ​ໄປ.

    ນີ້​ແມ່ນ​ຄັ້ງ​ທີ 7 ທີ່​ຕວກ​ກີ​ແກ່​ຍາວ​ເວ​ລາ​ພາ​ວະ​ສຸກ​ເສີນ. ພາຍຫຼັງ​ເກີດ​ການ​ລັດ​ຖະ​ປະ​ຫານ​ດ້ານ​ການ​ທະ​ຫານ​ທີ່​ບໍ່​ສຳ​ເລັດ​ຜົນ​ໃນ​ເດືອນ​ກໍ​ລະ​ກົດ​ປີ 2016 ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ຕວກ​ກີ​ໄດ້​ປະ​ກາດ​ປະ​ຕິ​ບັດ​ພາ​ວະ​ສຸກ​ເສີນ ແລະ​ໄດ້​ແກ່​ຍາວ​ເວ​ລາຫຼາຍ​ເທື່ອ​ຈົນ​ຮອດ​ປັດ​ຈຸ​ບັນ.

    ທ່ານ ເບ​ເຄີ ບົ​ສ​ດັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕວກ​ກີ ກ່າວ​ວ່າ, ການ​ປະ​ຕິ​ບັດ​ພາ​ວະ​ສຸກ​ເສີນ ແມ່ນ​ຄວາມ​ຕ້ອງ​ການ​ໃນ​ການ​ໂຈມ​ຕີ​ລັດ​ທິກໍ່​ການ​ຮ້າຍ​ແລະ​ກຸ່ມກໍ່​ການ​ຮ້າຍ ​ໂດຍ​ບໍ່​ແນ​ໃສ່​ພົນ​ລະ​ເມືອງ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ