ທ່ານ​ດີ​ອາສ ຄາ​ເນ​ວ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ລັດ​ກຸຍ​ບາ
2018-04-20 16:18:20  cri 

ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ອຳນາດ​ປະຊາຊົນ​ທົ່ວ​ປະ​ເທດ​ຄັ້ງທີ 9 ຂອງ​ກຸຍ​ບາ ​ໄດ້​ປະກາດ​ໃນ​ວັນ​ທີ 19 ​ເມສາ​ນີ້​ວ່າ: ທ່ານ​ມີ​ເກ​ວ ມາຣີ​ໂອ ດີ​ອາສ ຄາ​ເນ​ວ ​ເບີ​ມູ​ເດັສ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ລັດ​ກຸຍ​ບາ.

ວັນ​ທີ 18 ​ເມສາ​ນີ້, ຜູ້​ແທນ 604 ທ່ານ​ທີ່​ເຂົ້າຮ່ວມກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອຳນາດ​ປະຊາຊົນ​ທົ່ວ​ປະ​ເທດ​ຄັ້ງທີ 9 ຂອງ​ກຸຍ​ບາ ​ໄດ້ລົງ​ຄະ​ແນນ​ສຽງປິດ​ລັບ ​ໂດຍ​ທ່ານດີ​ອາສ ຄາ​ເນ​ວ ຮອງ​ປະທານ​ສະພາ​ແຫ່ງ​ລັດ​ຜູ້​ທີໜຶ່ງ ​ທັງ​ເປັນ​ຮອງ​ປະທານ​ສະພາ​ລັດຖະມົນຕີ​ຜູ້​ທີ​ໜຶ່ງ ​ໄດ້ຄະແນນ​ເຫັນ​ດີ 603 ບັດ ​ແລະ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້ນຳ​ປະ​ເທດກຸຍ​ບາຄົນ​ໃໝ່ ​ໂດຍ​ເຂົ້າ​ແທນ​ທ່ານຣາອູນ ກາສ​ໂຕຣ ຣຸສ ຢ່າງ​ເປັນ​ທາງ​ການ.

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອຳນາດ​ປະຊາຊົນ​ທົ່ວ​ປະ​ເທດ ​ເປັນ​ອົງກາ​ນນິຕິບັນຍັດ​ຂອງກຸຍ​ບາ ​ແລະ​ກໍ​ເປັນ​ອົງການ​ອຳນາດ​ສູງ​ສຸດ​ແຫ່ງ​ລັດ​ເຊັ່ນ​ດຽວ​ກັນ ​ໂດຍທຸກໆ 5 ປີ​ຈະ​ມີການ​ເລືອກ​ຕັ້ງທົ່ວ​ໄປ​ເທື່ອ​ໜຶ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ