ອາລີ​ບາ​ບາ​ແລະ​ລັດຖະບານ​ໄທ​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ
2018-04-20 16:21:54  cri 

ກຸ່ມ​ບໍລິສັດ​ອາລີ​ບາ​ບາ ​ແລະ ລັດຖະບານ​ໄທ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ 4 ສະບັບ ຢູ່​ນະຄອນຫຼວງບາງກອກ​ໃນ​ວັນ​ທີ 19 ​ເມສາ​ນີ້ ​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ.

ບົດ​ບັນທຶກ 4 ສະບັບ​ດັ່ງກ່າວ​ມີ​ເນື້ອ​ໃນ​ກວມ​ເອົາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ດິຈິ​ຕອນ, ການ​ລົງທຶນ​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ​ຂອງ​ໄທ, ສ້າງ​ເວທີດິຈິຕອນ​ໃຫ້​ຂະ​ແໜງ​ການທ່ອງທ່ຽວ​ໄທ ​ແລະ ຍົກ​ລະດັບ​ໃຫ້​ຜູ້​ປະກອບ​ການ​ໃນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍຂອງ​ໄທ​ທາງ​ດ້ານ​ດິຈິ​ຕອນ.

ທ່ານຫຼີວ໌ຈ້ຽນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດຖະບານ​ໄທ​ແລະ​ກຸ່ມ​ບໍລິສັດອາລີ​ບາ​ບາທີ່​ໄດ້​ເຊັນ​ບົດບັນທຶກດັ່ງກ່າວ ​ແ​ລະ​ເຫັນ​ວ່າ​ນີ້​ແມ່ນ​ໝາກຜົນ​ໃໝ່​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ດິຈິ​ຕອນ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ກໍ​ແມ່ນ​ຄວາມ​ຄືບ​ໜ້າ​ໃໝ່​ຂອງການຈັດຕັ້ງປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ຂອງ​ຜູ້ນຳ​ສອງ​ປະ​ເທດ​​ໃນ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ສອງ​ຝ່າຍ. ທ່ານຫຼີວ໌ຈ້ຽນ ກ່າວ​ໂດຍ​ເຊື່ອ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ກຸ່ມ​ບໍລິສັດ​ອາລີ​ບາ​ບາ ​ແລະ ລັດຖະບານ​ໄທ ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ອຸດສາຫະກຳ​ໃໝ່, ​ເຕັກນິກ​ໃໝ່ ​ແລະ ຮູບ​ແບບ​ການ​ຄ້າໃໝ່ຂອງ​ໄທ​ໃຫ້​ພັດທະນາ​ກ້າວໜ້າ, ປະກອບສ່ວນ​ເຂົ້າ​ໃນ​ການ​ດຳ​ເນີນ​ຍຸດ​ທະ​ສາດ​ "ໄທ​ແລນ 4,0" ​ແລະ ຍຸດ​ທະ​ສາດ​​ "ດິຈິ​ຕອນ​ໄທ​ແລນ" ​ແລະ​ສ້າງ​ຕົວຢ່າງ​ທີ່​ປະສົບ​ຜົນ​ສຳ​ເລັດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າໃນ​ຍຸກ​ແຫ່ງ​ດິຈິຕອນ​ໃນ​ປັດຈຸບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ