ເກີດ​ເຫດ​ປາສະຫຼາມກັດ​ນັກ​ທ່ອງ​ທ່ຽວ​ຢູ່​ຫົວ​ຫີນ​ຂອງ​ໄທ
2018-04-20 16:24:00  cri 

​ເມື່ອ​ບໍ່​ດົນ​ມາ​ນີ້, ນັກ​ທ່ອງ​ທ່ຽວ​ຊາວ​ນອກ​ແວ​ຜູ້​ໜຶ່ງ​​ໄດ້​ຮັບບາດ​ເຈັບຍ້ອນ​ຖືກ​ປາສະຫຼາມກັດ ຂະນະ​ທີ່​ລົງຫຼິ້ນນ້ຳ​ຢູ່​ເຂດ​ທະ​ເລ​ແຫ່ງ​ໜຶ່ງ ທີ່​ເມືອງ​ຫົວ​ຫີນ ​ເຊິ່ງ​ເປັນ​ແຫຼ່ງທ່ອງ​ທ່ຽວ​ແຄມ​ທະ​ເລ​ຂອງ​ໄທ​. ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດການ​ຄ້າຍຄື​ກັນ​ອີກ ​​ເຈົ້າໜ້າ​ທີ່ແຂວງ​ປະຈວບ​ຄີຣີຂັນ ທີ່​ເມືອງ​ຫົວ​ຫີນ​ສັງກັດ​ຢູ່​ນັ້ນ ​ໄດ້​ອອກ​ຄຳ​ສັ່ງ​ໃນ​ວັນ​ທີ 18 ​ເມສາ​ນີ້ ​ໃຫ້​ວາງ​ຕາໜ່າງກັນ​ປາສະຫຼາມຢູ່​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ ​ແລະ​ຕັ້ງປ້າຍ​ເຕືອນ​ໄພ​ທີ່​ຂຽນ​ໂດຍ​ພາສາ​ໄທ, ພາສາຈີນ ​ແລະ ພາສາ​ອັງກິດ.

​ເຈົ້າ​ແຂວງ​ປະຈວບ​ຄີຣີຂັນ ກ່າວ​ວ່າ: ຫຼັງນັກວິຊາການ​ໄດ້​ກວດຮອຍ​ບາດ​ແຜ​ຢູ່​ຂາ​ຂອງ​ນັກ​ທ່ອງ​ທ່ຽວ​ຊາວ​ນອກ​ແວ​ອາຍຸ 54 ປີ​ທີ່ຖືກ​ເຄາະ​ຮ້າຍ ພົບ​ວ່າ​ເປັນ​ຮອຍ​ແຂ້ວ​ຂອງ​ປາສະຫຼາມ​ແທ້ ​ແລະ​ຈາກ​ຮອຍ​ກັດ​ສາມາດ​ວິ​ນິ​ໄສ​ໄດ້​ວ່າ ປາສະຫຼາມ​ໂຕ​ນີ້ມີ​ອາຍຸ​ບໍ່ທັນ​ຮອດ 1 ປີ ລຳ​ຕົວຍາວ​ປະມານ 1 ​ແມັດ ​ມັນອາດ​​ເ​ຫັນ​ວ່າ​ນັກ​ທ່ອງ​ທ່ຽວ​ເປັນ​ປາ​ ຫຼືສັດຕູ ຈຶ່ງ​ໄດ້​ທຳ​ການ​ໂຈມ​ຕີ. ຫຼັງຖືກ​ກັດ, ຜູ້​ຖືກ​ບາດ​ເຈັບ​ຕ້ອງ​ຫຍິບບາ​ດແຜ 19 ​ເຂັມ ​ແລະປັດຈຸບັນ ພວມ​ຢູ່​ໃນ​ໄລຍະ​ຮັກສາ​ບາດ​ແຜ. ນັກວິຊາການດ້ານ​ທະ​ເລ​ຂອງ​ໄທ ກ່າວ​ວ່າ: ທຳ​ມະ​ດາ​ແລ້ວ, ປາສະຫຼາມສາຍພັນ​ນີ້ຈະ​ບໍ່ຄ່ອຍ​ໂຈມ​ຕີ ຫຼື ກັດ​ຄົນ ​ເວັ້ນ​ເສຍ​ແຕ່​ມັນຖືກຄຸກ​ຄາມກ່ອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ