ການສະ​ແດງ​ຫຸ່ນ​ຍົນ
2018-04-20 16:29:35  cri 

ວັນ​ທີ 19 ​ເມສາ​ນີ້, ບັນດານັກຮຽນພວມ​ເບິ່ງ​ການສະ​ແດງ​ຫຸ່ນ​ຍົນ​ໃນ​ງານ​ວິທະຍາສາດ​ເຕັກນິກ​ໂຮງຮຽນ ​ເຊິ່ງ​ໃນ​ວັນ​ດັ່ງກ່າວ, ​​ໂຮງຮຽນ​ປະຖົມ​ແຫ່ງ​ໜຶ່ງ ຢູ່​ຕາ​ແສງເສິງ​ກ່ວນ​ເມືອງ​ປາວ​ຄ່າງ ​ແຂວງ​ຫູ​ເປີ​ຍ ສປ ຈີນ ​ໄດ້​ຈັດ​ງານ​ວິທະຍາສາດ​ເຕັກນິກ​ໂຮງຮຽນ​ຂຶ້ນ​ເປັນຄັ້ງທຳ​ອິດ ​ພາຍ​ໃຕ້ຫົວ​ຂໍ້ "ສານຝັນ ແລະກ້າວ​ເຂົ້າສູ່​ວິທະຍາສາດ​ເຕັກນິກ" ​​ເພື່ອ​ໃຫ້​ນ້ອງ​ນ້ອຍ​ນັກຮຽນ​ມີ​ໂອກາດ​ສຳຜັດ​ກັບ​ສະ​ເໜ່ຂອງ​ວິທະຍາສາດ​ເຕັກນິກ, ເສີມ​ສ້າງ​ຫົວຄິດ​ປະດິດ​ສ້າງ ​ແລະຄວາມ​ສາມາດ​ໃນການຄົ້ນຄິດປະດິດສ້າງ​ແກ່​ພວກ​ເຈົາ​ເຈົ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ