ທະນາຄານ​ໂລກ​ຈະ​ປ່ອຍ​ເງິນ​ກູ້​ຕໍ່​ປະ​ເທດ​ລາຍ​ຮັບ​ຕ່ຳ​ແລະ​ປານ​ກາງຫຼາຍຂຶ້ນກວ່າ​ເກົ່າ
2018-04-20 16:36:20  cri 

ທ່ານ​ກິມຢົງ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ໂລກ ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ກອງ​ປະຊຸມ​ລະດູບານ​ໃໝ່​ຂອງ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລະ ທະນາຄານ​ໂລກ ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງວໍ​ຊິງ​ຕັນ ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 19 ​ເມສາ​ນີ້​ວ່າ: ​ແຜນການ​ປະກອບ​​ທຶນ​ເພີ່ມ​ຕື່ມຂອງ​ທະນາຄານ​ໂລກ​ທີ່​ຈະປຶກສາ​ຫາລື​ໃນກອງ​ປະຊຸມຄັ້ງນີ້​ຕົ້ນຕໍ​ແມ່ນ​ທະນາຄານ​ໂລກ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສືບ​ຕໍ່​ສະໜັບສະໜູນ​ທຸກປະ​ເທດສະມາຊິກຂອງ​ຕົນ ​ໂດຍ​ພິຈາລະນາຈາກ​​ດ້ານລາຍ​ຮັບ​.

ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ ທະນາຄານ​ໂລກ​ພວມ​ພິຈາລະນາ​ວາງ​ແຜນ​ປະກອບ​ທຶນ​ທີ່​ມີ​ເຖິງ 13 ຕື້​ໂດ​ລາ​ສະຫະລັດ ລວມທັງອັດ​ສີດ​ທຶນ 7,5 ຕື້​ໂດ​ລາ​ສະຫະລັດ​ເຂົ້າທະນາຄານ​ສາກົນ​ເພື່ອ​ການ​ບູລະນະ​ແລະ​ພັດທະນາ (IBRD) ​ແລະ 5,5 ຕື້​ໂດ​ລາ​ສະຫະລັດ​ເຂົ້າບໍລິສັດ​ການ​ເງິນ​ສາກົນ (IFC) ທີ່​​ເປັນ​ສອງ​ອົງການ​ຂຶ້ນກັບ​ທະນາຄານ​ໂລກ. ທ່ານ​ກິມຢົງ ກ່າວ​ວ່າ: ​ແຜນການ​ດັ່ງກ່າວ​ຈະ​ບໍ່ຕິດ​ພັນ​ກັບ​ສະພາບ​ການກູ້​ເງິນ​ຂອງ​ປະ​ເທດ​ເປົ້າໝາຍ ​ແຕ່​ຄຽງ​ຄູ່​ກັບ​ເວລາ​ໄດ້​ຜ່ານ​ໄປ, ທະນາຄານ​ໂລກ​ຈະ​ປ່ອຍ​ເງິນ​ກູ້​ຕໍ່​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ​ແລະ​ປານ​ກາງ​ໃຫ້​ເພີ່ມຂຶ້ນ.

ທ່ານ​ກິມຢົງ ຍັງ​ໄດ້​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ຈີນ​ທີ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ການ​ທະນາຄານ​ອະນຸ​ເຄາະ​ທົ່ວ​ໄປ ​ແລະ​ກ່າວ​ວ່າ: ທະນາຄານ​ໂລກ​ພວມ​ຄົ້ນຄວ້າ​ບົດຮຽນ​ຂອງ​ຈີນ​ໃນ​ການ​ສົ່ງ​ເສີມ​ການ​ທະນາຄານ​ອະນຸ​ເຄາະ​ທົ່ວ​ໄປ ​ແລະ​ຫວັງ​ວ່າ​ຈະ​ສາມາດ​ຊຸກຍູ້​ໃຫ້​ປະຕິບັດທົ່ວ​ເຖິງ​ໃນ​ປະ​ເທດ​ອື່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ