​ໄຕ​ມາດ​ທີ 1 ຂອງ​ປີ​ນີ້ຕະຫຼາດ​ບໍລິ​ໂພ​ກຈີນ​ເພີ່​ມຂຶ້ນ​ຢ່າງໝັ້ນ​ທ່ຽງ
2018-04-20 15:45:52  cri 
ວັນ​ທີ 19 ​ເມສາ​ນີ້, ກະຊວງ​ກາ​ນຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ​ໄຕ​ມາດ​ທີ 1 ປີ​ນີ້, ຍອດ​ມູນ​ຄ່າຂາຍຍ່ອຍ​ສິນຄ້າຈີນ​ໄດ້​ລື່ນ 9000 ຕື້​ຢວນ, ​ເພີ່ມ​ຂຶ້ນ 9,8% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ, ຕະຫຼາດ​ບໍລິ​ໂພ​ກມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

ທ່ານ​ກ່າວ​​ເຟີ່ງ ​ໂຄສົກ​ກະຊວງ​ການ​ຄ້າຈີນ​ກ່າວ​ວ່າ: ​ໃນ​ໄຕ​ມາດ​ທີ 1, ການ​ບໍລິ​ໂພ​ກ​ໄດ້​ປະກອບສ່ວນ​​ເກືອບ 80% ​ເຂົ້າ​ໃນ​ການ​ເພີ່ມ​ຂຶ້ນ​ຂອງ​ເສດຖະກິດ​ຈີນ, ບົດບາດ​ພື້ນຖານ​ຂອງ​ການ​ບໍລິ​ໂພ​ກຕໍ່​ການຂະຫຍາຍຕົວ​ຂອງ​ເສດຖະກິດຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ.

ນອກ​ນີ້, ຕະຫຼາດ​ບໍລິ​ໂພ​ກຈີນ​ຍັງ​ສະ​ແດງລັກສະນະ​ພິ​ເສດ ຄື ອັດ​ຕາ​ສ່ວນການ​ຊື້​ເຄື່ອງບໍລິ​ໂພ​ກ​ຕາມ​ຫ້າງ​ຮ້ານຟື້ນ​ຕົວ​ຄືນ, ຄວາມ​ຕ້ອງການ​ດ້ານສິນຄ້າ​ປະຢັດ​ພະລັງງານ ​ແລະ​​ແບບ​ສີ​ຂຽວ​ຮັກສາ​ສິ່ງ​ແວດ​ລ້ອມ​ເພີ່ມ​ຂຶ້ນ, ການ​ປ່ຽນ​ໄປ​ບໍລິ​ໂພ​ກສິນຄ້າ​ທີ່​ມີ​ລະດັບ​ຄຸນ​ນະພາ​ບສູງສືບຕໍ່​​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ​ເປີດ​ກວ້າງ​ເນື້ອ​​ໃນ​ຂອບ​ເຂດ​ຂອງ​ການ​ບໍລິການ​ດ້ານ​ບໍລິ​ໂພ​ກ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ