ປະທານ IMF​ ເຕືອນວ່າ ຂໍ້​ຂັດ​ແຍ້​ງທາງການ​ຄ້າ​ຈະ​​ເຮັດ​ໃຫ້​ນັກ​ລົງທຶນເສຍ​ຄວາມ​ໝັ້ນ​ໃຈ​
2018-04-20 15:48:02  cri 
ວັນ​ທີ 19 ​ເມສາ​ນີ້, ທ່ານນາງ ຄຣີສຕິນ ລາກາດ ປະທານ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ໄລຍະ​ກອງ​ປະຊຸມ​ປະຈຳ​ປີ 2018 ​ລະ​ດູ​​ໃບ​ໄມ້​ປົ່ງກັບ​ທະ​ນາຄານ​ໂລກ​ວ່າ: ຂໍ້​ຂັດ​ແຍ້​ງທາງການ​ຄ້າ​ຈະ​​ເຮັດ​ໃຫ້ນັກ​ລົງທຶນເສຍ​ຄວາມ​ໝັ້ນ​​ໃຈ.

ທ່ານ​ກ່າ​ວວ່າ: ຖ້າ​ເສຍ​ຄວາມ​ໝັ້​ນ​ໃຈ​, ຄວາມ​ຕ້ອງການ​ຢາກ​ລົງທຶນຂອງ​ນັກ​ລົງທຶນ​ຈະ​ຫຼຸດ​ລົງ ​ເຊິ່ງກັນ​ຈະ​​ເປັນ​ສິ່ງ​ທີ່ສົ່ງ​ຜົນ​ກະທົບ​ຕໍ່​ການ​ຄ້າ ​ແລະ​ຕ່ອງ​ໂສ້​ການສະ​ໜອງ​ຂອງ​ໂລກ. ການ​ລົງທຶນ ​ແລະ​ການ​ຄ້າ​ແມ່ນ​​ເສົາ​ຄ້ຳ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕຂອງ​ເສດຖະກິດ​ໂລກ, ສະ​ນັ້ນ ບໍ່​ຄວນ​ໃຫ້​ມັນ​ໄດ້ຮັບ​ຜົນ​ເສຍ​ຫາຍ.

ທ່ານນາງລາ​ກາດ​ກ່າວ​ຕື່ມ​ວ່າ: ມາດ​ຕະການ​ການ​ຄ້າ​ແຕ່​ຝ່າຍ​ດຽວ​ບໍ່​ມີ​ບົດບາດ​ຕົວ​ຈິງ ​ແລະ​ຍັງ​ສ້າງ​ຜົນ​ກະທົບ​ທາງ​ລົບ. ລະບົບ​ຫຼາຍຝ່າຍ​ຂອງ​ໂລກ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​​ໄລຍະ​ຫຼາຍ​ສິບປີຜ່ານ​ມາ​ມີ​ຄວາມ​ສຳຄັນຫຼາຍ. ​ເ​ມື່ອມີ​ຂໍ້​ຂັດ​ແຍ້​ງທາງການ​ຄ້າ​, ​ແຕ່ລະ​ປະ​ເທດ​ຄວນປະຕິບັດ​ຕາມ​ນ້ຳ​ໃຈ​ການ​ຮ່ວມມື, ​ຊຸກຍູ້ສ້າງ​ເວທີ​ແກ້​ໄຂ​ບັນຫາ​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງຫຼາຍຝ່າຍ. ຫວັງ​ວ່າ​ເຈົ້າ​ໜ້າ​ທີ່​ຈີນ ​ແລະ​ອາ​ເມ​ລິ​ກາ​ຖື​ໂອກາດ​​ໃນ​ການ​ທຳ​ຄວາມ​ເຂົ້າ​ໃຈ​ໃນກອງ​ປະຊຸມ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ