ເຄື່ອງ​ດຳ​ນ້ຳ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ຈີນ​ຈະ​ດຳ​ນ້ຳ​ເປັນ​ຄັ້ງ​ທຳ​ອິດ
2018-04-20 11:09:15  cri 
ເຄື່ອງ​ດຳ​ນ້ຳ "​ສຽນ​ລົງ​ເລກ 3" ທີ່​ເປັນ​ເຄື່ອງ​ດຳ​ນ້ຳ​ທັນ​ສະ​ໄໝ​ທີ່​ສຸດ​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ຈະ​ດຳ​ລົງ​ນ້ຳ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ທະ​ເລ​ຈີນ​ໃຕ້ໃນ​ຕອນ​ເຊົ້າ​ມືດ​ວັນ​ທີ 20 ເມ​ສາ​ນີ້ ແລະ ຄາດ​ວ່າ​ຈະ​ດຳ​ລົງ​​ເລິກ 3900 ແມັດ.

ການ​ດຳ​ນ້ຳ​ເທື່ອ​ນີ້​ຈະ​ກວດ​ກາ​ຄ່າ​ຊີ້​ວັດ​ຕົວ​ເລກ​​ທາງ​ເຕັກ​ນິກ ແລະ ປະ​ສິດ​ທິ​​ພາບ​ຕົ້ນ​ຕໍ​​ດ້ານຕ່າງໆຂອງເຄື່ອງ​ດຳ​ນ້ຳ ແລະ ດຳ​ເນີນ​ການ​ທົດ​ລອງ​ຢູ່​ເຂດ​ທະ​ເລ​ທີ່​ມີ​ບໍ່​ແຮ່​ໂລ​ຫະ​ຕ່າງໆ.

ເຄື່ອງ​ດຳ​ນ້ຳ "​ສຽນ​ລົງ​ເລກ 3" ໄດ້​ພັດ​ທະ​ນາ​ຍົກ​ລະ​ດັບ​ຕໍ່​ຍອດ​ຈາກ​ເຄື່ອງ​ດຳ​ນ້ຳ "​ສຽນ​ລົງ​ເລກ 2" ແລະ ເປັນ​ເຄື່ອງ​ດຳ​ນ້ຳໄຮ້​ສາຍ​ລາກ ແລະ ໄຮ້​ຄົນ​ຂັບ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ