ບໍ​ລິ​ສັດ ZTE ຈະ​ບໍ່​ຮັບ​ເອົາ​ການ​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ
2018-04-20 15:12:58  cri 
ບໍ​ລິ​ສັດ​ໂທ​ລະ​ຄົມ ZTE ​ຂອງ​ຈີນໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 20 ເມ​ສາ​ນີ້​ວ່າ, ໂດຍ​ແນ​ໃສ່​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ທີ່​ໄດ້​ຜ່ານ​ການ​ຕົກ​ລົງ​ທຳ​ການປະ​ຕິ​ເສດ​ຕໍ່​ບໍ​ລິ​ສັດ​ໂທ​ລະ​ຄົມ ZTE ແລະ ບໍ​ລິ​ສັດ​ຄາງ​ຊຸນ ZTE, ບໍ​ລິ​ສັດ ZTE ເຫັນ​ວ່າ​ການ​ກະ​ທຳ​ເຊັ່ນ​ນີ້​ໄຮ້​ຄວາມ​ເປັນ​ທຳທີ່​ສຸດ ແລະ ​ບໍ່​ສາ​ມາດ​ຮັບ​ເອົາໄດ້.

ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 16 ເມ​ສາ​ນີ້​ວ່າ, ຍ້ອນ​ວ່າ​ ບໍ​ລິ​ສັດ ZTE ໄດ້​ລະ​ເມີດ​ສັນ​ຍາ​​ຄວາມ​ປອງດອງ​ກັບ​ລັດ​ຖະ​ບານ​ອາ​ເມ​ລິ​ກາ, ​ຝ່າຍ​ຕົນຈະ​ປະ​ຕິ​ບັດ​ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ​ເປັນ​ເວ​ລາ 7 ປີ​ຕໍ່​ບໍ​ລິ​ສັດ​ດັ່ງ​ກ່າວ ເຊິ່ງ​ໝາຍ​ຄວາມ​ວ່າ ວິ​ສາ​ຫະ​ກິ​ດ​ອາ​ເມ​ລິ​ກາ​ຈະ​ບໍ່​ສາ​ມາດ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ຕ່າງໆ ເຊິ່ງ​ລວມ​ທັງ​ເຄື່ອງ​ອ​ະໄຫຼ່​ໃຫ້ບໍ​ລິ​ສັດ ZTE ພາຍ​ໃນ​ເວ​ລາ 7 ປີ.

ຖະ​ແຫຼງ​ການ​ຂອງບໍ​ລິ​ສັດ ZTE ຂຽນ​ວ່າ, ຄຳ​ສັ່ງ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ບໍ​ລິ​ສັດ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຄູ່​ຮ່ວມ​ມື​ຂອງບໍ​ລິ​ສັດ ZTE ທັງ​ໝົດ​ຂອງ​ອາ​ເມ​ລິ​ກາ. ຖະ​ແຫຼງ​ການ​ຂຽນ​ຕື່ມ​ວ່າ, ບໍ​ລິ​ສັດ​ຕົນ​ຈະ​ບໍ່​ປະ​ລະ​ຄວາມ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ດ້ວຍ​ວິ​ທີ​ແລກ​ປ່ຽນ​ແລະ​ສົນ​ທະ​ນາ​ກັນ, ລວມ​ໄປ​ເຖິງ​ໃຊ້​ການ​ຕັດ​ສິນ​ໃຈ​ຂັ້ນ​ເດັດ​ຂາດ​ທຸກ​ຮູບ​ແບບ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຊອບ​ກົດ​ໝາຍ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ