ລັດ​ຖະ​ບານ​ຈີນມອບ​ໂຄງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ອົງ​ການ​ທັນ​ຍາ​ຫານ​ໂລກ
2018-04-20 16:28:03  cri 
ພິ​ທີ​ມອບ-ຮັບ​ໂຄງ​ການ​ຊ່ວຍ​ເຫຼືອ​ທີ່​ມີ​ການ​ໃຊ້​ສ​ະ​ເພາະ​ລະ​ຫວ່າງ​ຈີນ​ກັບ​ອົງ​ການ​ທັນ​ຍາ​ຫານ​ໂລກ​​ສະ​ຫະ​ປະ​ຊາ​ຊາດໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ທັນ​ຍາ​ຫານ​ໂລກ​ປະ​ຈຳລີ​ບັງ​ໃນ​ວັນ​ທີ 19 ເມ​ສາ​ນີ້.

ທ່ານ​ວາງ​ເຄີ້​ຈຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລີ​ບັງ ແລະ ທ່ານ​ໂດ​ມີ​ນິກ ໄຮ​ອິນ​ຣິ​ສ ຜູ້​ຕາງ​ໜ້າ​ປະ​ຈຳ​ສຳ​ນັກ​ງານ​ລີ​ບັງ​ຂອງ​ອົງ​ການ​ທັນ​ຍາ​ຫານ​ໂລກ​ໄດ້​​ຕາງ​ໜ້າ​ສອງ​ຝ່າຍເຂົ້າ​ຮ່ວມ​ພິ​ທີ.

ທ່ານ​ວາງ​ເຄີ້​ຈຽນ​ກ່າວ​ວ່າ, ຈີນ​ຊົມ​ເຊີຍ​ຕໍ່​ອົງ​ການ​ທັນ​ຍາ​ຫານ​ໂລກ​​ທີ່ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອຫຼຸດ​ຜ່ອນ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຊາວ​ອົບ​ພະ​ຍົບ​ຊີ​ຣີ​ໃນ​ແດນ​ລີ​ບັງ, ​ຈີນຍິນ​ດີຊ່ວຍຫຼຸດ​ຜ່ອນ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຊາວ​ອົບ​ພະ​ຍົບ​ຊີ​ຣີ ແລະ ຊຸກ​ຍູ້​ໃຫ້​ແກ້​ໄຂວິ​ກິດ​ການ​ຊີ​ຣີ​ທາງ​ການ​ເມືອງ ເພື່ອ​ເລື່ອງ​ນີ້, ຈີນ​ຈະພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ ເພື່ອ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ຊີ​ຣີ​ໃຫ້​ເຖິງ​ກົກ​ຮາກ.

ທ່ານ​ໄຮ​ອິນ​ຣິ​ສ​​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເອື້ອ​ເຟື້ອເຜື່ອ​ແຜ່​ແກ່​​ອົງ​ການ​ທັນ​ຍາ​ຫານ​ໂລກ ໂດຍ​ກ່າວ​ວ່າ, ອົງ​ການ​ຕົນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ ເພື່ອ​ຊຸກ​ຍູ້​ພາ​ລະ​ກິດ​ມະ​ນຸດ​ສະ​ທຳ​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ