ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົນ​ທະ​ນາ​ທາງໂທ​ລະ​ສັບ​ກັບ​ນາ​ຍົກ​ອັງ​ກິດ
2018-04-20 16:42:44  cri 
ວັນ​ທີ 19 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາງ​ເທີ​ເ​ຣຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເມ​ໄດ້​ຢ້ຽມ​ຢາມ​ຈີນ​ໃນ​ຕົ້ນ​ປີ​ນີ້, ​ພວກເຮົາ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ສຳ​ຄັນ​ກ່ຽວ​ກັບ​ການ​ລົງ​ເລິກ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ອັງ​ກິດ​ກ້າວ​ເຂົ້າ​ສູ່ "ຍຸກ​ຄຳ". ຈີນ​ຍິນ​ດີ​ຮ່ວມ​ກັບ​ອັງ​ກິດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ​ມະ​ຫາ​ພາກ, ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການນຳ​ຂັ້ນ​ສູງ ແລະ ການ​ແລກ​ປ່ຽນ​ດ້ານ​ກົນ​ໄກ ແລະ ຊຸກ​ຍູ້​ການ​ຮ່ວ​ມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ນາງ​ເທີ​ເຣ​ຊາ ເມ​ກ່າວ​ວ່າ, ອັງ​ກິດ​ຕີ​ລາ​ຄາ​ສູງ​ຕໍ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ທີ່​ໄດ້​ປະ​ກາດ​ຈີນ​ຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຕື່ມ​ອີກ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ 2018 ແລະ ຍິນ​ດີ​ຮ່ວມ​ກັບ​ຈີນຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ລະ​ຫວ່າງ​ການນຳ​ຂັ້ນ​ສູງ ແລະ ເປີດກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ສືບ​ຕໍ່​ຄົ້ນ​ຄວ້າ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່ "ຍຸກ​ຄຳ".

ຜູ້​ນຳ​ສອງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາ​ມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຊີ​ຣີ, ບັນ​ຫາ​ການ​ຄ້າ​ສາ​ກົນ ແລະ ອື່ນໆ ແລະ ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ຍຶດ​ໝັ້ນຫຼັກ​ໝັ້ນ​ຖືກ​ຕ້ອງ​ທີ່​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ, ຕັ້ງ​ໜ້າ​ປົກ​ປ້ອງ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ ແລະ ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກແບບ​ເປີດ​ປະ​ຕູ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ