ຍົນ​ຮົບ​ແຜ່ນ​ດິນ​ໃຫຍ່​ບິນ​ອ້ອມ​ເກາະ​ໄຕ້​ຫວັນ​ເພື່ອກວດ​ກາ​ຄວາມ​ສາ​ມາດ​ສູ້​ຮົບ​ຕົວ​ຈິງ
2018-04-20 16:29:14  cri 
    ທ່ານ ເຊີ່ນ​ຈິ້ນ​ເຄີ່ ໂຄ​ສົກ​ກອງ​ທັບ​ອາ​ກາດ​ຈີນ ແຈ້ງ​ຂ່າວ​ໃນ​ວັນ​ທີ 19 ເມ​ສານີ້​ວ່າ, ຫຼາຍມື້​ມານີ້, ກອງ​ທັບ​ອາ​ກາດ​ໄດ້​ສົ່ງ​ຍົນ​ຖິ້ມ​ລະ​ເບີດ​ແລະ​ຍົນ​ສອດ​ແນມຫຼາຍ​ລຳ​ໄປ​ບິນ​ລາ​ດຕະ​ເວນ​ອ້ອມ​ເກາະ​ໄຕ້​ຫວັນ​ເພື່ອ​ຝຶກ​ຝົນ​ແລະ​ຍົກ​ສູງຄວາມ​ສາ​ມາດໃນ​ການ​ປ້ອງ​ກັນ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.

    ເພື່ອດຳ​ເນີນ​ການ​ຝຶກ​ທະ​ຫານ​ແບບ​ສູ້​ຮົບ​ຕົວ​ຈິງ​ເທິງ​ທະ​ເລ, ກອງ​ທັບ​ອາ​ກາດ​ໄດ້​ສົ່ງ​ຍົນ​ຖິ້ມ​ລະ​ເບີດ H-6k, SU-30, J-11 ພ້ອມ​ດ້ວຍ​ຍົນ​ສອດ​ແນມ​ແລະ​ຍົນ​​ສື່​ສານ​ການ​ສູ້​ຮົບ​ເປັນ​ຕົ້ນ ດຳ​ເນີນ​ການ​ຝຶກ​ການ​ບິນ​ລາ​​ດຕະ​ເວນ​ອ້ອມ​ເກາະ ເຊິ່ງ​ໄດ້​ຍົກ​ສູງ​ຄວາມ​ສາ​ມາດ​ການ​ບິນ ແລະ​ໄດ້​ທົດ​ສອບ​ຄວາມ​ສາ​ມາດ​ສູ້​ຮົບ​ຕົວ​ຈິງ.

    ໃນ​ການ​ຝຶກ​ທະ​ຫານ​ເພື່ອ​ກຽມ​ສູ້​ຮົບ​ໃນ​ຍຸກ​ໃໝ່, ກອງ​ທັບ​ອາ​ກາດ​ໄດ້​ອີງ​ຕາມ​ກົດ​ໝາຍ​ລະ​ຫວ່າງ​ຊາດ​ແລະ​ພຶດ​ຕິ​ກຳ​ຂອງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ, ໄດ້​ບິນ​ຜ່າ​ນ​ຊ່ອງ​ແຄບ​ມີ​ຢາ​ໂກ, ຊ່ອງ​ແຄບ​ບາ​ຊີ ແລະ​ຊ່ອງ​ແຄບ​ຊູ​ຊີ​ມາ ແລະ ສືບ​ຕໍ່​ຈັດ​ຕັ້ງ​ການ​ຝຶກ​ຊ້ອມ​ແບບ​ສູ້​ຮົບ​ຕົວ​ຈິງ​ເທິງ​ທະ​ເລ. ຂະ​ນະ​ດຽວ​ກັນ, ກອງ​ທັບ​ອາ​ກາດ​ຍັງ​​ຈະ​ສືບ​ຕໍ່​ຈັດ​ຍົນ​ຮົບຫຼາຍ​ຊະ​ນິດ​ອອກບິນ​ລາດ​ຕະ​ເວນ​ອ້ອມ​ເກາະ​ຕາມ​ແຜນ​ການ​ທີ່​ກຳ​ນົດ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ