ເລີ່ມ​ແຕ່​ເດືອນ​ໜ້າ​ ຊາວ​ມາ​ເລ​ເຊຍ​ທີ່​ເຂົ້າ​ມາ​ທ່ຽວ​ໄຫຫຼຳ​ຈະ​​ໄດ້​ຮັບ​ການຍົກ​ເວັ້ນ​ວີ​ຊາ
2018-04-20 16:31:18  cri 
    ໜັ​ງ​ສື​ພິມ​ນານ​ຢາງ​ຊ່າງ​ປ້າວ​ສະ​ບັບ​ວັນ​ທີ 19 ເມ​ສານີ້ ລາຍ​ງານ​ວ່າ, ຈີນ​ຈະ​ພັດ​ທະ​ນາ​ວຽກ​ງານ​ການຫຼິ້ນ​ພະ​ນັນ​ ແລະ​ແຂ່ງ​ມ້າ​ເປັນ​ຕົ້ນ​ຢູ່​ແຂວງ​ໄຫຫຼຳ ແລະ​ຫວັງ​ຢາກ​ຈະ​ສ້າງ​ແຂວງ​ດັ່ງ​ກ່າວ​ໃຫ້​ເປັນ​ເຂດ​ທ່ອງ​ທ່ຽວ ແລະ​ກາຍ​ເປັນ​ດັດ​ຊະ​ນີ​ໃໝ່​ຂອງ​ການ​ເປີດ​ປ​ະ​ຕູ​ເສດ​ຖະ​ກິດ. ຂ່າວຫຼ້າ​ສຸດ​ລາຍ​ງານ​ວ່າ, ໄຫຫຼຳ​ຈະ​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ 59 ປະ​ເທດ​ເຊິ່ງ​ລ​ວມ​ທັງ​ມາ​ເລ​ເຊຍ​​ຜ່ານແດນ​ໂດຍ​ບໍ່​ຕ້ອງວີ​ຊາ​ຫາກ​ຢູ່​ໃນ​ໄຫຫຼຳ​ບໍ່​ເກີນ 30 ມື້.

    ໃນ​ມື້​ທີ 5 ຫຼັງ​ຈາກ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ປະ​ກາດ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ ​ແລະ​ທ່າ​ການ​ຄ້າ​ເສ​ລີ​ໃນ​ທົ່ວ​ແຂວງ​ໄຫຫຼຳ, ອົງ​ການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ຜ່ານ​ຈາກ​ການ​ອະ​ນຸ​ມັດ​ຂອງ​ລັດ​ຖະ​ບານ, ນັບ​ແຕ່​ວັນ​ທີ 1 ພຶດ​ສະ​ພາ​ປີນີ້​ເປັນ​ຕົ້ນ​ໄປ ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີຊາ​ໃນ​ການ​ເຂົ້າ​ສູ່​ໄຫຫຼຳ​ຕໍ່​ປະ​ຊາ​ຊົນ 59 ປະ​ເທດ ທັງ​ຜ່ອນ​ຜັນ​ມາດ​ຕະ​ການ​ຍົກ​ເວັ້ນ​ວີ​ຊາ​ໃຫ້ສະ​ເພາະ​ກຸ່ມ​ຄະ​ນະ​ມາ​ເປັນ​ການ​ຍົກ​ເວັ້ນ​​ວີ​ຊາ​ຕໍ່​ສ່ວນ​ບຸກ​ຄົນ ແລະ​ແກ່​ຍາວ​ເວ​ລາ​ຢູ່​ເກາະ​ໄຫຫຼຳ​ໃຫ້​ເປັນ 30 ມື້​ຢ່າງ​ເປັນ​ເອ​ກະ​ພາບ​ກັນ. ​ມາ​ດ​ຕະການ​​ດັ່ງ​ກ່າວ ຈະ​ສະ​ໜັບ​ສະ​ໜູນ​ໄຫຫຼຳ​ໃນ​ກາ​ນ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ​ຕື່ມ​ອີກ, ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ວຽກ​ງານ​ທ່ອ​ງ​ທ່ຽວ​ຂອງ​ໄຫຫຼຳ ແລະ​ຍົກ​ສູງ​ຊື່​ສຽງ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ໄຫຫຼຳ​ສູ່​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ