ຟິ​ລິບ​ປິນ​ຈະ​ເປັນ​ໜຶ່ງ​ໃນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ທີ່​ສຸດ​ຈາກ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"
2018-04-20 16:32:48  cri 
    ໜັງ​ສື​ພິມ​ຊ່າງ​ປ້າວ​ຟິ​ລິບ​ປິນ​ສະ​ບັບ​ວັນ​ທີ 18 ເມ​ສານີ້​ລາຍ​ງານ​ວ່າ, ຫວ່າງ​ກ່ອນນີ້​ບໍ່​ດົນ, ບໍ​ລິ​ສັດຫຼັກ​ຊັບ​ໂນ​ມູ​ຣາ​ຍີ່​ປຸ່ນ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຄົ້ນ​ຄວ້າ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຟິ​ລິບ​ປິນ​ຈະ​ເປັນ​ໜຶ່ງ​ໃນ 4 ກຸ່ມ​ເສດ​ຖະ​ກິດ​ອາ​ຊີ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ທີ່​ສຸດ​ຈາກ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ. ໃນ​ນັ້ນ, ການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງໃຫ້​ຟິ​ລິບ​ປິນນັ້ນ ອາດ​ຈະ​ບັນ​ລຸ​ເຖິງ 10,5% ຂອງ GDP ຟິ​ລິບ​ປິນ, ເຊິ່ງ​ເປັນ​ທີ 4 ໂດຍ​ຖັດ​ຈາກ​ປາ​ກີ​ສະ​ຖານ, ບັງ​ກາ​ລາ​ເດັດ ແລະ​ມາ​ເລ​ເຊຍ.

    ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແມ່ນ "ເວ​ທີ​ສຳ​ລັບ​ປະ​ເທດ​ລາຍ​ໄດ້​ຕ່ຳ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອນັ້ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ສູ່​ໄລ​ຍະ​ສູງກວ່າ​ເກົ່າ​ຢ່າງວ່ອງ​ໄວ". ໂຄງ​ການ​ທີ່​ຈີນ​ຊ່ວຍ​ເຫຼືອນັ້ນ ຈະ​ເພີ່ມ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ຕໍ່​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ຫຼຸດ​ຜ່ອນ​ຄວາມ​ຜິດ​ໂຕນ​ກັນ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ໜ້ອຍ​ລົງ, ກະ​​ຕຸ້ນ​ການ​ເຕີບ​ໂຕ​ຂອງ​ເສດ​ຖ​ະ​ກິດ​​ດິ​ຈິ​ຕອນ ແລະ ສ້າງ​ຕ່ອງ​ໂສ້​ການ​ສະ​ໜອງ.

    ປີ 2017 ຜ່ານ​ມາ, ທ່ານ ໂຣ​ດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ພ້ອມ​ກັນ​ນັ້ນ, ສາຍ​ພົວ​ພັນ​ຟິ​ລິບ​ປິນ-ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຟົດ​ຟື້ນ​ຄຶກ​​ຄັກຫຼັງ​ຈາກ​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2016. ວັນ​ທີ 10 ເມ​ສາ​ຜ່ານ​ມາ, ທ່ານ ດູ​ເຕີ​ເຕ ໄດ້​ຮັບ​ຜົນ​​ງານ​ຢ່າງຫຼວງຫຼາຍ​ອີກ​ເທື່ອ​ໜຶ່ງ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ຄື​ໄດ້​ເຊັນ​ສັນ​ຍາ 6 ສະ​ບັບ ໂດຍ​ໄດ້​ຮັບ​ການ​ລົງ​ທຶນ​ຈາກວິ​ສາ​ຫະ​ກິດ​ຈີນ​ໃນ​ມູນ​ຄ່າ​ເກືອບ 10 ຕື້​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ