"ລົດຄ​ລິ​ນິກ​ເຄື່ອນ​ທີ່" ງວດ​ທຳ​ອິດ 20 ຄັນ​ທີ່​ຈີນ​ຊ່ວຍ​ກຳ​ປູ​ເຈຍ​ເດີນ​ທາງ​ເຖິງ​ພະ​ນົມ​ເປັນແລ້ວ
2018-04-20 16:38:27  cri 
    ພະ​ແນກ​ເສດ​ຖະ​ກິດ​ການ​ຄ້າ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ແຈ້ງ​ໃຫ້​ຊາບ​ວ່າ, "ລົດຄ​ລິ​ນິກ​ເຄື່ອນ​ທີ່" ງວດ​ທຳ​ອິດ 20 ຄັນ​ທີ່​ຈີນ​ຊ່ວຍ​ກຳ​ປູ​ເຈຍນັ້ນ​ໄດ້ເດີນ​ທາງ​ເຖິງນະ​ຄອນຫຼວງ​ພະ​ນົມ​ເປັນໃນ​ຕອນ​ຄ່ຳ​ວັນ​ທີ 19 ເມ​ສານີ້.

    "ລົດຄ​ລິ​ນິກ​ເຄື່ອນ​ທີ່" ດັ່ງ​ກ່າວ ໄດ້​ອອກ​ແບບ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ກຳ​ປູ​ເຈຍ​ໂດຍ​ສະ​ເພາະ ເຊິ່ງ​ໄດ້​​ຕິດ​ຕັ້ງ​ອຸ​ປະ​ກອນ​ປິ່ນ​ປົວ​ທີ່​ກ້າວ​ໜ້າ 22 ຊະ​ນິດທີ່​ເປັນ​ເຄື່ອງ​ມື​ຂອງ 7 ພະ​ແນກ​ຢູ່​ໃນ​ລົດ​​ເມ​ໃຫຍ່​ທີ່​ຍາວ 12 ແມັດ, ​ການ​ນຳພຽງ​ຄັນ​ດຽວອອກ​ປະ​ຕິ​ບັດ​ງານ ກໍ​ສາ​ມາດ​ດຳ​ເນີນ​ການກວດ​ແລະ​ປິ່ນ​ປົວ​ພະ​ຍາດ​ຂອງ​ພະ​ແນກ​ເດັກ​ນ້ອຍ, ພະ​ແນກ​ພາ​ຍນອ​ກ​ທົ່ວ​ໄປ, ພະ​ແນກ​ປະ​ສູດ, ພະ​ແນກ​ແຂ້ວ, ພະ​ແນກ​ຫູ-ດັງ-ຄໍ, ​ເອັກ​ສະເຣ ແລະ​ອື່ນໆ.

    ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ອາ​ກາດ​ຮ້ອນ​ແລະ​ຊຸ່ມຂອງ​ກຳ​ປູ​ເຈຍ, ຢູ່​ເທິງ​ລົດ​ຍັງ​ໄດ້​ຕິດ​ຕັ້ງ​ຕູບ​ຜ້າ​ທີ່​​ພັບ​ເກັບ​ໄດ້ ທັງ​ມີ​ໂຕະ​ຕັ່ງ​ທີ່​ພັບ​ໄດ້, ຈຶ່ງ​ສາ​ມາດ​ດຳ​ເນີນ​ການກວດ​ເບື້ອງ​ຕົ້ນ​ຢູ່ນອກ​ລົດ ແລະ​ປິ່ນ​ປົວ​ຢູ່​ໃນ​ລົດ​ໄດ້.

    "ລົດຄ​ລິ​ນິກ​ເຄື່ອນ​ທີ່" ຈະ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ແຈກ​​ຢາຍ​ໄປ​ນຳ​ໃຊ້​ແຂວງ​ຕ່າງໆ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ ເພື່ອ​ແກ້​ໄຂ​ບັນ​ຫາ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ປິ່ນ​ປົວ​ຂອງ​ເຂດ​ຫ່າງ​ໄກ​ສອກຫຼີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ