ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງວາງ​ສະ​ແດງ​ໝາກ​ຜົນ​ແຫ່ງ​ການ​ນຳ​ສະ​ເໜີ​ຜົນ​ງານ​ການ​ແປ​ແລະ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຈີນ​ຢູ່​ຕ່າງ​ປະ​ເທດ
2018-04-21 14:58:46  cri 
ງານ​ວາງ​ສະ​ແດງ​ຕະຫຼາດ​ຮູບ​ເງົາ​ຂອງ​ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 8 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 18 ຫາ 20 ເມ​ສາ​ນີ້​ໂດຍ​ສູນ​ແປ​ແລະ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ດ້ວຍຫຼາຍ​ພາ​ສາ​ແຫ່ງ​ຊາດ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ເປັນ​ເທື່ອ​ທຳ​ອິດ​ໂດຍ​ໄດ້​ເຈາະ​ຈົງ​ວາງ​ສະ​ແດງ​ໝາກ​ຜົນ​ແຫ່ງ​ການ​ແປ​ແລະ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລ​ະ​ພາບ​ຈີນ​ໃຫ້​ເປັນຫຼາຍ​ພາ​ສາ​ຕ່າງ​ປະ​ເທດ​ພ້ອມ​ດ້ວຍ​ການ​ນຳ​ສະ​ເໜີ​ຜົນ​ງານ​ດັ່ງ​ກ່າວ​ຢູ່​ຕ່າງ​ປະ​ເທດ.

ສູນ​ແປ​ແລະ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ດ້ວຍຫຼາຍ​ພາ​ສາ​ແຫ່ງ​ຊາດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນ​ມັງ​ກອນ​ປີ 2014. ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ແປ​ແລະ​ພາກ​ຮູບ​ເງົາ,ລະ​ຄອນ​ໂທ​ລະ​ພາບ,ຟິມ​ສາ​ລະ​ຄະ​ດີ​ແລະ​ເລື່ອງ​ກາ​ຕູນ​ຈີນ​ເປັນ 23 ພ​າ​ສາ ລວມທັງ​ໝົດ 7000 ກວ່າ​ຕອນຂອງ 300 ກວ່າ​ເລື່ອງ ​ແລະ​ໄດ້​ເຊັນ​ສັນ​ຍາ​ອອກ​ອາ​ກາດ​ໃນ​ຄໍ​ລຳ​ໂຮງ​ລະ​ຄອນ​ຈີນ​ກັບ ສື່ມວນ​ຊົນ​ສຳ​ຄັນ​ຂອງ 30 ກວ່າ​ປະ​ເທດ​ໃນ​ອາ​ຊີ, ອາ​ຟ​ຣິກ​ກາ,ເອີ​​ຣົບ, ທະ​ວີ​ອາ​ເມ​ລິ​ກາ​ແລະ​ໂອ​ຊຽນ​ນີ.

ພະ​ນັກ​ງານ​ຂອງ​ສູນ​​ແປ​ແລະ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບດ້ວຍຫຼາຍ​ພາ​ສາ​ແຫ່ງ​ຊາດ​ຈີນບອກ​ນັກ​ຂ່າວ​ວ່າ: ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເປັນ​ຕະຫຼາດ​ຜູ້​ຊົມ​ທີ່​ນິ​ຍົມ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຈີນ​ມາ​ແຕ່​ດົນ​ແລ້ວ, ທັງ​ເປັນ​ເປົ້າ​ໝາຍ​ຕະຫຼາດ​ບູ​ລິ​ມະ​ສິດ​ຂອງ​ສູນ​​ຕົນ, ປັດ​ຈຸ​ບັນ, ມີ​ສູນ​ແປ​ແລະ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ແຫ່ງ​ໜຶ່ງ​ຢູ່​ມຽນ​ມາ​ສະ​ເພາະ​ແປ​ແລະ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຈີນ​ສະ​ໄໝ​ປັດ​ຈຸ​ບັນ. ນອກ​ນີ້,ສູນ​ແປ​ແລະ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ດ້ວຍຫຼາຍ​ພາ​ສາ​ແຫ່ງ​ຊາດ​ຈີນຍັງ​ໄດ້​ເຊັນ​ສັນ​ຍາ​ອອກ​ອາ​ກາດ​ກັບ​ໂທ​ລະ​ພາບ​ແຫ່ງ​ຊາດ​ຟີ​ລິບ​ປິນ, ປີ​ນີ້​ກຳ​ລັງ​ແປ​ແລະ​ພາກ​ຜົນ​ງານ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ດີ​ເດັ່ນ​ຈຳ​ນວນ​ໜຶ່ງ​ໃຫ້​ເປັນ​ພາ​ສາ​ຟີ​ລິບ​ປິນ ຂະ​ນະ​ດຽວ​ກັນ, ສູນ​ຕົນ​ກໍ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັບ​ອິນ​ໂດ​ເນ​ເຊຍ​, ຫວຽດ​ນ​າມ​ແລະ​ໄທ​ໃນ​ວຽກ​ງານ​ດ້ານ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ