ເດີນ​ໄປ​ສູ່​ເປົ້າ​ໝາຍ​ທີ່​ສ້າງ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ແນັດ
2018-04-22 11:42:11  cri 
ກອງປະຊຸມວຽກງານຄວາມປອດໄພດ້ານອິນເຕີແນັດແລະການຫັນເປັນຂໍ້ມູນຂ່າວສານທົ່ວປະເທດຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່
ວັນທີ 20-21 ເມສານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການ
ການທະຫານສູນກາງຈີນ,ຫົວໜ້າຄະນະກຳມະການ ຄວາມປອດໄພດ້ານອິນເຕີແນັດແລະການຫັນເປັນຂຊ້ມູນຂ່າວສານຂອງສູນກາງຈີນ
ໄດ້ເຂົ້າຮ່ວມກອງປະຊຸມ ແລະກ່າວສູນ ທອນພົດທີ່ສຳຄັນ ໂດຍ​ເນັ້ນ​ວ່າ: ການຫັນເປັນຂໍ້ມູນຂ່າວສານຖືເປັນໂອກາດ ທີ່ຫາຍາກຂອງປະ
ຊາຊາດຈີນ ເຊິ່ງພວກເຮົາຕ້ອງກຳກັບໂອກາດປະຫວັດສາດທີ່ພັດທະນາດ້ວຍການຫັນເປັນຂໍ້ມູນຂ່າວສານຢ່າງແໜ້ນ, ເລັ່ງລັດການເຜີຍ
ແຜ່ຂໍ້ມູນຂ່າວສານທາງບວກຜ່ານທາງອິນເຕີແນັດ, ປົກປັກຮັກສາຄວາມປອດໄພດ້ານອິນເຕີແນັດ, ຊຸກຍູ້ໃຫ້ມີການບຸກທະລຸດ້ານເຕັກນິກ
ໃຈກາງໃນຂົງເຂດຂໍ້ມູນຂ່າວສານ, ເປັມເຈົ້າການຂະບວນການປັບປຸງສະພາບແວດ ລ້ອມອິນເຕີ ແນັດໃນສາກົນ, ເປັນເຈົ້າການປະດິດ
ສ້າງໃໝ່ເພື່ອຊຸກຍູ້ການສ້າງປະເທດເຂັ້ມແຂງທາງອິນເຕີແນັດ,ປະກອບສ່ວນອັນໃໝ່ເຂົ້າໃນການສຳເລັດການສ້າງເປັນສັງຄົມທີ່ອີ່ມໜາມ
ສຳລານຢ່າງຮອບດ້ານ, ຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ບັນລຸຄວາມຝັນຂອງຈີນທີ່ໃຫ້
ປະຊາຊາດຈີນຟື້ນຕົວຄືນໃໝ່.

ວິ​ຊາ​ການ​ຕ່າງ​ປະ​ເທດ​ທີ່​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ການ​ພັດ​ທະ​ນາ​ອິນ​ເຕີ​ແນັດ​ຂອງ​ຈີນ​ເຫັນ​ວ່າ, ໃນ​ການ​ພັດ​ທະ​ນາ​ອິນ​ເຕີ​ແນັດ​ຂອງ​ທົ່ວ​ໂລກ, ຈີນ​ທີ່​ເດີນ​ໄປ​ສູ່​ເປົ້າ​ມາຍ​ສ້າງ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ແນັດ​ນັ້ນ​ພວມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ.

ໃນ​ເວ​ລາ​ກ່າວ​ສູນ​ທອນ​ພົດ, ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ວ່າ, ຖ້າ​ບໍ່​ມີ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ແນັດ, ປະ​ເທດ​ກໍ່​ຈະ​ບໍ່​ມີ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ​ສັງ​ຄົມ​ກໍ່​ຈະ​ບໍ່​ສາ​ມາດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ອັນ​ໄພ​ສານ​ກໍ່​ຍາກ​ທີ່​ຈະ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ. ທ່ານ​ໂຣ​ເບີດ ຮັນ​ນີ​ກັນ ອະ​ດີດ​ຫົວ​ໜ້າສຳ​ນັກ​ງານ​ໂທ​ລະ​ຄົມ​ແຫ່ງ​ຊາດ​ອັງ​ກິດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ວ່າ, ອິນ​ເຕີ​ແນັດ​ບໍ່​ຄວນ​ກາຍ​ເປັນ​ເຂດ​ທີ່​ເປັນ​ກາງ​ທາງ​ດ້ານ​ທັດ​ສະ​ນະ​ຄຸນ​ຄ່າ, ບໍ່​ຄວນ​ແມ່ນ​ເຂດ​ໜຶ່ງ​ທີ່​ຕ່າງ​ກັບ​ໂລກ​ຕົວ​ຈິງ​ແລະ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍ​ເກີດ​ຂຶ້ນ​ເລື້ອຍໆ, ສະ​ນັ້ນ ບາ​ງ​ຂົງ​ເຂດ​ໃນ​ອິນ​ເຕີ​ແນັດ​ຄວນ​ໃຫ້​ລັດ​ຖະ​ບານ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານ.

ທ່ານ​ໂກ່ອີ້​ເຄີ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂໍ້​ມູນ​ຂ່າວ​ສານ​ຂອງ​ສະ​ຖາ​ບັນ ອິນ​ເພຍ​ເຣຍ ຂອງ​ອັງ​ກິດ(Imperial Collage London) ເຫັນ​ວ່າ,ຊ່ອງ​ຫວ່າງ​ອິນ​ເຕີ​ແນັດ​ແມ່ນ​ຊ່ອງ​ຫວ່າງ​ເຄື່ອນ​ໄຫວ​ຮ່ວມ​ຂອງມວນ​ມະ​ນຸດ, ການ​ພັດ​ທະ​ນາ​ຂອງ​ອິນ​ເຕີ​ແນັດ​ບໍ່​ມີ​ພຸມ​ແດນ​ແລະ​ບໍ່​ມີ​ຂອບ​ເຂດ. ການ​ນຳ​ໃຊ້, ພັດ​ທະ​ນາ ແລະ​ຄຸ້ມ​ຄອງ​ອິນ​ເຕີ​ແນັດ​ໃຫ້​ດີ​ຕ້ອງ​ລົງ​ເລິກ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ອິນ​ເຕີ​ແນັດ.

ໃນ​ເວ​ລາ​ກ່າວ​ສູນ​ທອນ​ພົດ, ທ່ານ​ສີຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ເຕັກ​ນິກ​ໃຈ​ກາງ​ຖື​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ກາ​ພ​ນັດ​ທະ​ນາ​ປະ​ເທດ. ທ່ານ​ວາ​ຈິມ ເຟ​ເລ​ນີ​ສ ນັກ​ວິ​ເຄາະ​ບັນ​ຫາ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ແນັດ​ຂອງວາ​ລະ​ສານ ທະ​ນາ​ຄານ ທີ່​ເປັນ​ວາ​ລະ​ສານ​ລາຍ​ເດືອນ​ທີ່​ມີ​ຊື່​ສຽງ​ຂອງ​ຣັດ​ເຊຍ​ເຫັນ​ວ່າ, ຈີນ​ຕັ້ງ​ໜ້າ​ພັດ​ທະ​ນາ​ເຕັກ​ນິກ​ໃຈ​ກາງ​ທາງ​ອິນ​ເຕີ​ແນັດ​ດ້ວຍ​ຕົນ​ເອງ​ແມ່ນ​ເປັນ​ທິດ​ພັດ​ທະ​ນາ​ທີ່​ຖືກ​ຕ້ອງ​ທັງ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ