ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສ​ປ​ປ ເກົາ​ຫຼີ ທີ່​ໄດ້​ຕົກ​ລົງ​ຈະ​ຢຸດ​ຕິ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີນິວ​ເຄ​ລຍ
2018-04-22 15:01:45  cri 
ວັນ​ທີ 21 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໂຄ​ສົກ​ຂອງທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​ຣິ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສ​ປ​ປ ເກົາ​ຫຼີ ທີ່​ໄດ້​ປະ​ກາດ​ຈະຢຸດ​ຕິ​ການ​ທົດ​ລອງ​ນິວ​ເຄ​ລຍ​ແລະ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ.

ທ່ານ ກູ​ເຕີ​ຣິ​ສ ຕີ​ລາ​ຄາ​ໃນ​ຖະ​ແຫຼງ​ການ​ວ່າ, ການ​ຕົກ​ລົງ​ຂອງ ສ​ປ​ປ ເກົາ​ຫຼີ ດັ່ງ​ກ່າວ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງກັບ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ,ມີ​ຜົນ​ດີ​ຕໍ່​ກາ​ນ​ບັນ​ລຸ​ຂະ​ບວນ​ການ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ​ໄລ​ຍະ​ຍາວ​ດ້ວຍ​ສັນ​ຕິ​ວິ​ທີ. ທ່ານ​ໄດ້​ກ່າວ​ຢ້ຳ​ຄວາມ​ຕັດ​ສິນ​ໃຈ​ແລະ​ການ​ສະ​ໜັບ​ສະ​ໜູນ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕໍ່​ການ​ບັນ​ລຸ​ການ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ.

ຖະ​ແຫຼງ​ການ​ຂຽນ​ວ່າ, ທ່ານ ກູ​ເຕີ​ຣິ​ສ ຍັງ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ການ​ເປີດ​ໂທ​ລະ​ສັບ​ສາຍ​ດ່ວນ​ລະ​ຫວ່າງປະ​ມຸກ​ລັດ ສ.ເກົາ​ຫຼີ - ສ​ປ​ປ ເກົາ​ຫຼີ ໃນ​ຫວ່າງ​ມໍ່ໆ​ນີ້ ພ້ອມ​ທັງ​ຫວັງ​ວ່າ​ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ມີ​ຜົນ​ດີ​ຕໍ່​ການເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ຝ່າຍຕື່​ມ​ອີກ ແລະ ຫຼຸດ​ຄວາມ​ຂັດ​ແຍ້ງ​ກັນລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ