WTO ຮຽກ​ຮ້ອງ​ໃຫ້​ເພິ່ມ​ທະ​ວີ​ການ​ຮ່ວມ​ມື​ທົ່ວ​ໂລກ​ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ
2018-04-22 15:01:38  cri 

ວັນ​ທີ 21 ເມ​ສາ​ນີ້, ທ່ານໂຣ​ເບີດ ອາ​ເຊ​ວິ​ໂດ ຜູ່​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ ຫຼື WTO ປະ​ກາດ​ຖະ​ແຫຼງ​ການ​ທາງ​ລາຍ​ລັກ​ອັກ​ສອນໂດຍຮຽກ​ຮ້ອງ​ໃຫ້ອົງ​ກອນ​ເສດ​ຖະ​ກິດ​ຕ່າງໆ​ເພິ່​ມ​ທະ​ວີ​ການ​ຮ່ວມ​ມື​ໂດຍ​ຜ່ານ WTO ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ໃນ​ປັດ​ຈຸ​ບັນ.&n

ມື້​ດຽວ​ກັນ, ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 37 ​ທີ່ຄະ​ນະ​ກຳ​ມະ​ການ​ການ​ເງິນ ແລະ ການ​ທະ​ນາ​ຄານ​ສາ​ກົນ ເຊິ່ງ​ເປັນ​ອົງ​ການຕົກ​ລົງ​ນະ​ໂຍ​ບາຍ​ຂອງ​ອົງ​ການກອງ​ທຶນ​ເງິນຕາ​ສາກົນ ຫຼື​ IMF ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວໍ​ຊີ​ຕັນໄດ້​ອັດ​ລົງ. ໃນ​ຖະ​ແຫຼງ​ການ​ທາງ​ລາຍ​ລັກ​ອັກ​ສອນ, ທ່ານ​ອາ​ເຊວິ​ໂດ​​ກ່າວ​ວ່າ, ການ​ຮ່ວມ​ມື​ທົ່ວ​ໂລກ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​​ຕໍ່​ການ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ແລະ ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ, ອົງ​ການ WTO ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕໍ່​ເລື່ອງ​ນີ້.

ທ່ານ​ອາ​ເຊວິ​ໂດ​ກ່າວ​ວ່າ, ຖ້າ​ບໍ່​ມີ​ອົງ​ການ WTO, ວິ​ກິດ​ການ​ກາ​ເງິນ​ທົ່ວ​ໂລກ​ປີ 2008 ອາດ​ຈະ​ພາໃຫ້​ເກີດ​​ມາດ​ຕະ​ການ​ລັດ​ທິປົກ​ປ້ອງ​ການ​ຄ້າ​ຕ່າງໆ, ​ເຮັດ​ໃຫ້ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ລົງ​ຢ່າງ​ເດັ່ນ​ຊັດ. ທ່ານ​ກ່າວ​ເນັ້ນ​ວ່າ, ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຖື​ກະ​ຕິ​ກາເປັນ​ພື້ນ​ຖານ ຈະ​ຊ່ວຍ​ໃຫ້​ການ​ຄ້າ​ທົ່ວ​ໂລກ​ດຳ​ເນີນ​ໄປ​ຢ່າງ​ໝັ້ນ​ຄົງ ແລະ ຄາດໝາຍ​ໄດ້, ແລ້ວ​​ສາ​ມາດສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ເຕັມ​ທີ່.

ທ່ານ​ອາ​ເຊວິ​ໂດ​ກ່າວ​ວ່າ, ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອົງ​ກອນ​ເສດ​ຖະ​ກິດ​ຕົ້ນ​ຕໍ​​ໃນທົ່ວ​ໂລກ​ແຕກ​ແຍກ​ຈະ​ກະ​ທົບ​ການ​ຟື້ນ​​ຕົວຂອງ​ເສດ​ຖະ​ກິດ​ໂລກ ແລະ ສ້າງ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຂ​ະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໃນ​ສະ​ໄໝ​ປັດ​ຈຸ​ບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ